logo

ປະ​ທ​ານ​ສະ​ພາ​ແຫ່ງ​ຊາດ ຫວຽດນາມ ພົບ​ປະ​ສອງ​ຝ່າຍ​ກັບ ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຮຸງ​ກາ​ຣີ

2025/10/21 | 09:46:11
(VOVWORLD) - ໂດຍຮັບຄຳເຊີນຂອງທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ, ທ່ານ Kover Laszlo ປະທານສະພາແຫ່ງຊາດ ຮຸງກາຣີ  ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຮຸງກາຣີ ເດີນທາງມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 18 – 22 ຕຸລາ.
ການພົບປະເຈລະຈາສອງຝ່າຍ (ພາບ: TTXVN)

 ຕອນບ່າຍວັນທີ 20 ຕຸລາ, ຢູ່ຫໍສະພາແຫ່ງຊາດ ຫວຽດນາມ, ໃນການພົບປະເຈລະຈາສອງຝ່າຍ ທີ່ໄດ້ດຳເນີນພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ແລະ ທ່ານ Kover Laszlo ປະທານສະພາແຫ່ງຊາດ ຮຸງກາຣີ ໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການພົບປະ ແລະ ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງສຸດ, ລະຫວ່າງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະ ພົບປະແລກປ່ຽນປະຊາຊົນ; ເຮັດໃຫ້ການຮ່ວມມືໃນຂົງເຂດຄື ວິທະຍາສາດ - ເຕັກໂນໂລຢີ, ການສຶກສາ - ບຳລຸງສ້າງ, ຊັບພະຍາກອນສິ່ງແວດລ້ອມ, ສາທາລະນະສຸກ, ວັດທະນະທຳ ແລະ ການທ່ອງທ່ຽວ… ເລິກເຊິ່ງກວ່າເກົ່າ. ການນຳສອງທ່ານເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຄະນະການນຳຂັ້ນສູງສະພາແຫ່ງຊາດ, ບັນດາຄະນະກຳມະການວິຊາສະເພາະ ແລະ ກຸ່ມສະມາຊິກລັດຖະສະພາເພື່ອແລກປ່ຽນ ແລະ ແບ່ງປັນຂໍ້ມູນ, ປະສົບການໃນຂົງເຂດເຄື່ອນໄຫວລັດຖະສະພາ; ຮ່ວມມືໃນການຕິດຕາມກວດກາ, ກະຕຸກຊຸກຍູ້ ແລະ ໜູນຊ່ວຍລັດຖະບານປະຕິບັດຂໍ້ຕົກລົງ , ຄຳໝັ້ນສັນຍາຂັ້ນສູງຢ່າງມີປະສິດທິຜົນ; ຍູ້ແຮງການສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນກັນໃນບັນດາເວທີປາໄສລັດຖະສະພາໃນພາກພື້ນ ແລະ ໃນໂລກ.

ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ແລະ ທ່ານ Kover Laszlo ປະທານສະພາແຫ່ງຊາດ ຮຸງກາຣີ

ໃນການພົບປະເຈລະຈາ, ສອງຝ່າຍໄດ້ຢັ້ງຢືນເຖິງຄວາມສຳຄັນຂອງການຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ສິດເສລີໃນການເດີນເຮືອ, ການບິນຢູ່ທະເລຕາເວັນອອກ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982).

ພາຍຫຼັງການພົບປະສອງຝ່າຍ, ທ່ານ Kover Laszlo ປະທານສະພາແຫ່ງຊາດ ຮຸງກາຣີ ແລະ ຄະນະ ໄດ້ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV. ກໍໃນຕອນບ່າຍຂອງວັນດຽວກັນ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ໄດ້ເປັນປະທານງານລ້ຽງຕ້ອນຮັບທ່ານປະທານສະພາແຫ່ງຊາດ ຮຸງກາຣີພ້ອມຄະນະ.

ເລຕວຽດ

TAG
VOV/VOVworld/ປະ​ທານ​ສະ​ພາ​ແຫ່ງ​ຊາດ ຮຸງ​ກາ​ຣີ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ