logo

ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຂົ້າ​ຮ່ວມ​ພິ​ທີ​ມອບລາງວັນອັດ​ສະ​ລິ​​ຍະດິນ​ແດນ ຫວຽດ ​​ປີ 2025

2025/10/28 | 09:27:42
(VOVWORLD) -  ມີ 21 ລາງວັນໄດ້ມອບໃຫ້ບຸກຄົນ, ໝູ່ຄະນະໃນບັນດາຂົງເຂດ, ເຊັ່ນ: ເຕັກໂນໂລຢີດີຈີຕອນ, ແພດການຢາ, ໄວໜຸ່ມປະດິດຄິດສ້າງ, ສົ່ງເສີມການຮຽນ - ຮຽນດ້ວຍຕົນເອງ ແລະ ລາງວັນອຸທິສ່ວນ… 
ພິທີມອບລາງວັນ (ພາບ: VOV)

ຕອນຄ່ຳວັນທີ 27 ຕຸລາ, ຢູ່ຮ່າໂນ້ຍ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ  ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີມອບລາງວັນອັດສະລິຍະດິນແດນ ຫວຽດ ປີ 2025. ມີ 21 ລາງວັນໄດ້ມອບໃຫ້ບຸກຄົນ, ໝູ່ຄະນະໃນບັນດາຂົງເຂດ, ເຊັ່ນ: ເຕັກໂນໂລຢີດີຈີຕອນ, ແພດການຢາ, ໄວໜຸ່ມປະດິດຄິດສ້າງ, ສົ່ງເສີມການຮຽນ - ຮຽນດ້ວຍຕົນເອງ ແລະ ລາງວັນອຸທິສ່ວນ… ພິເສດ, ຂົງເຂດເຕັກໂນໂລຢີດີຈີຕອນສືບຕໍ່ໄດ້ກຳນົດວ່າ ແມ່ນຫົວໃຈຂອງລາງວັນດັ່ງກ່າວ, ແມ່ນບ່ອນເຕົ້າໂຮມບັນດາມາດຕະການບຸກທະລຸ, ຮັບໃຊ້ພາລະກິດຫັນເປັນດີຈີຕອນແຫ່ງຊາດໂດຍກົງ.

ເມື່ອກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານ ເຈິ່ນແທັງເໝິນ ໃຫ້ຮູ້ວ່າ:

ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ໄດ້ກຳນົດການພັດທະນາປະເທດຊາດໄລຍະ 2021 2030 ແລະຮຽກຮ້ອງການສຶກສາ ແລະ ບຳລຸງສ້າງ, ວິທະຍາສາດ ແລະ ເຕັກໂນໂລຢີຕ້ອງ “ສ້າງບາດກ້າວບຸກທະລຸໃນການປ່ຽນແປງໃໝ່ການສຶກສາ ແລະ ບຳລຸງກໍ່ສ້າງໂດຍພື້ນຖານ ແລະ ຮອບດ້ານ, ພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ດຶງດູດ ແລະ ຖືການນຳໃຊ້ຜູ້ເກັ່ງກ້າເປັນສຳຄັນ. ຊຸກຍູ້ການຄົ້ນຄວ້າຖ່າຍທອດ ແລະ ໝູນໃຊ້ຜົນງານຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ເຂົ້າໃນທຸກຂົງເຂດຂອງຊີວິດສັງຄົມຢ່າງແຮງ.” ນີ້ແມ່ນໜ້າທີ່ ເຊິ່ງສະມາຄົມສົ່ງເສີມການຮຽນ ຫວຽດນາມ, ບັນດາກະຊວງ, ຄະນະ, ຂະແໜງການ ແລະ ຄະນະຈັດຕັ້ງລາງວັນ “ອັດສະລິຍະດິນແດນ ຫວຽດ” ຕ້ອງສືບຕໍ່ຍູ້ແຮງປະຕິບັດເພື່ອດຶງດູດໄດ້ນັກວິທະຍາສາດ, ຜູ້ເມົາມົວກັບການປະດິດຄິດສ້າງວິທະຍາສາດ, ເຕັກໂນໂລຢີເປັນຈຳນວນຫຼວງຫຼາຍ, ນຳມາເຊິ່ງບັນດາພູມປັນຍາໃໝ່, ເປັນເຈົ້າຂອງເຕັກໂນໂລຢີ ແລະ ປະດິດຄິດສ້າງບັນດາເຕັກໂນໂລຢີ”.


TAG
VOV/VOVworld/ລາງວັນອັດສະລິຍະດິນແດນ ຫວຽດ ປີ 2025

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ