logo

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ນະ​ຄອນ ເກີ່ນ​ເທີ

2025/10/10 | 10:59:05
(VOVWORLD) - ຕອນເຊົ້າວັນທີ 10 ຕຸລາ, ຢູ່ຕາແສງ ເຕິນຮວ່າ, ນະຄອນ ເກີ່ນເທີ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ກໍພ້ອມກັບຄະນະສະມາຊິກສະພາແຫ່ງຊາດນະຄອນ ເກີ່ນເທີ ພົບປະກັບຜູ້ມີສິດເລືອກຕັ້ງກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ກ່າວຄຳເຫັນທີ່ການພົບປະຜູ້ມີສິດເລືອກຕັ້ງນະຄອນ ເກີ່ນເທີ (ພາບ: VOV)

ຕາງໜ້າໃຫ້ຄະນະສະມາຊິກສະພາແຫ່ງຊາດນະຄອນ ເກີ່ນເທີ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຊົມເຊີຍນະຄອນໄດ້ຈັດກອງປະຊຸມອົງຄະນະພັກຜູ້ແທນນະຄອນ ເກີ່ນເທີ ຄັ້ງທີ 1, ອາຍຸການ  2025 – 2030 ສຳເລັດ, ບັນລຸໄດ້ບັນດາໝາກຜົນອັນຕັ້ງໜ້າກ່ຽວກັບເສດຖະກິດ - ສັງຄົມ; ພ້ອມທັງສະເໜີໃຫ້ນະຄອນ ມານະພະຍາຍາມບັນລຸໄດ້ເປົ້າໝາຍທີ່ວາງອອກ, ມີມາດຕະການເພື່ອດຶງດູດວິສາຫະກິດໃຫຍ່ກ່ຽວກັບການລົງທຶນ, ພ້ອມດຽວກັນນັ້ນ, ທາງນະຄອນກໍມີແຜນການຜັນຂະຫຍາຍມະຕິສຳຄັນສະບັບຕ່າງໆຂອງກົມການເມືອງຢ່າງມີປະສິດທິພາບ, ປະສິດທິຜົນ; ໃນນັ້ນ ພິເສດເອົາໃຈໃສ່ເຖິງຂົງເຂດການສຶກສາ, ວິທະຍາສາດ, ສາທາລະນະສຸກ ເພື່ອເບິ່ງແຍງດູແລປະຊາຊົນ; ແກ້ໄຂວຽກເຮັດງານທຳໃຫ້ແກ່ຊາວໜຸ່ມ; ຍູ້ແຮງການໝູນໃຊ້ເຕັກໂນໂລຢີ, ຂໍ້ມູນຂ່າວສານ.

ເລຕວຽດ
TAG
VOV/VOVworld/ນະ​ຄູອນ ເກີນ​ເທີ/ຜູ້​ມີ​ສິດ​ເລືອກ​ຕັ້ງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ