logo

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ມາ​ເລ​ເຊຍ​, ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ AIPA – 46 ຢ່າງ​ຈົບ​ງາມ

2025/9/20 | 09:19:54
(VOVWORLD) -    ເຂົ້າຮ່ວມ AIPA – 46,  ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ຢັ້ງຢືນສານຢ່າງແຮງວ່າ ສະພາແຫ່ງຊາດ ຫວຽດນາມ ສືບຕໍ່ຄຽງບ່າຄຽງໄຫຼ່ພ້ອມກັບ AIPA ເພື່ອຫັນວິໄສທັດ ແລະ ຄວາມຄາດຫວັງຂອງ ອາຊຽນ ໃຫ້ປະກົດຜົນເປັນຈິງ.
ທ່ານປະທານສະພາສູງ ມາເລເຊຍ Dato’ Awang Bemee Awang Ali Basah ສົ່ງອຳລາທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ແລະ ພັນລະຍາ (ພາບ:VOV)

ຕອນເຊົ້າວັນທີ 20 ກັນຍາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ພ້ອມດ້ວຍພັນລະຍາ ທ່ານນາງ ຫງວຽນທິແທັງງາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກນະຄອນຫຼວງ ກົວລາ ລຳເປີ, ສິ້ນສຸດການເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 46 (AIPA 46) ແລະ ຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ.

        ເຂົ້າຮ່ວມ AIPA – 46, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ຢັ້ງຢືນສານຢ່າງແຮງວ່າ ສະພາແຫ່ງຊາດ ຫວຽດນາມ ສືບຕໍ່ຄຽງບ່າຄຽງໄຫຼ່ພ້ອມກັບ AIPA ເພື່ອຫັນວິໄສທັດ ແລະ ຄວາມຄາດຫວັງຂອງ ອາຊຽນ ໃຫ້ປະກົດຜົນເປັນຈິງ. ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນປະສົບການ, ເພີ່ມທະວີການເຈລະຈາ ແລະ ການຮ່ວມມືໃນທຸກລະດັບເພື່ອສ້າງປະຊາຄົມ ອາຊຽນ ພັດທະນາແບບກວມລວມ, ຍືນຍົງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຖືປະຊາຊົນເປັນໃຈກາງ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຖືວ່າ ດ້ວຍຄວາມສາມັກຄີ ແລະ ຄວາມຕັດສິນໃຈຂອງບັນດາລັດຖະສະພາສະມາຊິກ, AIPA 46  ຈະບັນລຸໄດ້ບັນດາໝາກຜົນສຳຄັນ, ນຳ ອາຊຽນ ຫຍັບເຂົ້າໃກ້ກັບອະນາຄົດເຕີບໂຕແບບກວມລວມ, ຍືນຍົງ ແລະ ວັດທະນາຖາວອນກວ່າ.

 

TAG
VOV/VOVworld/ເຂົ້າຮ່ວມ AIPA – 46/ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ