logo

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ເລີ່ມ​ຕົ້ນ​ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ AIPA – 46 ແລະ ຢ້ຽມ​ຢາມ ມາ​ເລ​ເຊຍ ຢ່າງ​ເປັນ​ທາງ​ການ

2025/9/16 | 11:55:10
(VOVWORLD) -  ນີ້ແມ່ນການຢ້ຽມຢາມ ມາເລເຊຍ ຄັ້ງທຳອິດຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ພາຍຫຼັງທີ່ສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານຢ່າງເປັນທາງການ (ເມື່ອເດືອນພະຈິກ 2024).

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ພ້ອມດ້ວຍພັນລະຍາ ເດີນທາງມາຮອດນະຄອນຫຼວງ ກົວລາ ລຳເປີ

ຕອນບ່າຍວັນທີ 16 ກັນຍາ ຕາມເວລາທ້ອງຖິ່ນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ພ້ອມດ້ວຍພັນລະຍາ ທ່ານນາງ ຫງວຽນທິແທັງງາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດນະຄອນຫຼວງ ກົວລາ ລຳເປີ, ມາເລເຊຍ, ເລີ່ມຕົ້ນການເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 46 (AIPA – 46) ແລະ ຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ. ອອກຕ້ອນຮັບຄະນະຜູ້ແທນ ຫວຽດນາມ ຢູ່ສະໜາມບິນ ມີທ່ານ: ຮອງປະທານສະພາສູງ ມາເລເຊຍ Datuk Nur Jazlan bin Tan Sri Mohamed; ຜູ້ຕາງໜ້າຄະນະຈັດຕັ້ງ AIPA ມາເລເຊຍ; ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມາເລເຊຍ ດິງງອກລິງ ແລະ ພັນລະຍາ ພ້ອມດ້ວຍພະນັກງານສະຖານທູດ. ໃນຂອບເຂດການປະຕິບັດງານຄັ້ງນີ້, ຄາດວ່າ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຈະເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານ AIPA, ເຂົ້າຮ່ວມພິທີໄຂ ແລະ ມີບົດກ່າວປາໄສສຳຄັນໃນວາລະປະຊຸມຄົບຄະນະຄັ້ງປະຖົມມະລຶກ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຍັງຈະມີການພົບປະສອງຝ່າຍກັບຫົວໜ້າຄະນະລັດຖະສະພາທີ່ເປັນສະມາຊິກ AIPA ແລະ ຄູ່ຮ່ວມມືອີກດ້ວຍ.

 
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ພ້ອມດ້ວຍພັນລະຍາ ຢູ່ສະໜາມບິນສາກົນ Bunga Raya Complex

        ນີ້ແມ່ນການຢ້ຽມຢາມ ມາເລເຊຍ ຄັ້ງທຳອິດຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ພາຍຫຼັງທີ່ສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານຢ່າງເປັນທາງການ (ເມື່ອເດືອນພະຈິກ 2024).

TAG
VOV/VOVworld/ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ AIPA – 46/ມາ​ເລ​ເຊຍ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ