logo

ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບລັດຖະມົນຕີກະຊວງການເງິນ ລາວ

2022/5/17 | 07:41:35
(VOVWORLD) -ສະພາແຫ່ງຊາດ ຫວຽດນາມ ແລະ ທ່ານເອງ ຍາມໃດກໍ່ສະໜັບສະໜູນ, ສ້າງທຸກເງື່ອນໄຂໃຫ້ແກ່ຂະແໜງການເງິນຂອງ 2 ປະເທດເພີ່ມທະວີການພົວພັນແລກປ່ຽນ, ໜູນຊ່ວຍເຊິ່ງກັນແລະກັນ.
(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບທ່ານລັດຖະມົນຕີກະຊວງການເງິນ ລາວ ບຸນໂຈມ ອຸບົນປະເສີດ)

ຕອນບ່າຍວັນທີ 16 ພຶດສະພາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງການເງິນ ລາວ ບຸນໂຈມ ອຸບົນປະເສີດ. ຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ແບ່ງປັນບັນດາບົດຮຽນຂອງ ຫວຽດນາມ ແລະ ໃຫ້ຮູ້ວ່າ, ສະພາແຫ່ງຊາດ ຫວຽດນາມ ແລະ ທ່ານເອງ ຍາມໃດກໍ່ສະໜັບສະໜູນ, ສ້າງທຸກເງື່ອນໄຂໃຫ້ແກ່ຂະແໜງການເງິນຂອງ 2 ປະເທດເພີ່ມທະວີການພົວພັນແລກປ່ຽນ, ໜູນຊ່ວຍເຊິ່ງກັນແລະກັນ.

        ສ່ວນທ່ານລັດຖະມົນຕີ ບຸນໂຈມ ອຸບົນປະເສີດ ໃຫ້ຮູ້ວ່າໃນໄລຍະຈະມາເຖິງນີ້, ກະຊວງການເງິນ ລາວ ສະເໜີໄປຢ້ຽມຢາມ ແລະ ແລກປ່ຽນການຮ່ວມມືຂອງ 2 ອົງການໃນໄລຍະ 5 ປີຈະມາເຖິງ, ພ້ອມທັງຮ່ຳຮຽນເອົາບົດຮຽນຂອງກະຊວງການເງິນ ຫວຽດນາມ ໃນເລື່ອງປະຕິຮູບວິສາຫະກິດ ແລະ ແກ້ໄຂໜີ້ສາທາລະນະ.

        ທີ່ການຕ້ອນຮັບທ່ານ ມະໄລທອງ ກົມມະສິດ, ປະທານອົງການກວດສອບແຫ່ງລັດ ລາວ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ສະເໜີວ່າ, ໃນໄລຍະຈະມາເຖິງ, 2 ອົງການກວດສອບແຫ່ງລັດ ຫວຽດນາມ - ລາວ ຈົ່ງເພີ່ມທະວີເນື້ອໃນການຮ່ວມມື, ຮູບແບບການຮ່ວມມືຢ່າງຮອບດ້ານກວ່າ ເພື່ອແນໃສ່ສ້າງລະບອບລະບຽບການ, ການຈັດຕັ້ງກົງຈັກ ແລະ ວິຊາສະເພາະຢູ່ແຕ່ລະອົງການໃຫ້ສົມບູນແບບ.

TAG
VOV/VOVworld/ບຸນ​ໂຈມ ອຸ​ບົນ​ປະ​ເສີດ/ກວດ​ສອບ​ແຫ່ງ​ລັດ/​ປະ​ຕິ​ຮູບ/​ວິ​ສາ​ຫ​ະ​ກິດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ