logo

ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ພົບປະກັບອະດີດນາຍົກລັດຖະມົນຕີ, ອະດີດປະທານສະພາແຫ່ງຊາດ ລາວ

2022/5/17 | 07:39:26
(VOVWORLD) -ທ່ານອະດີດນາຍົກລັດຖະມົນຕີ, ອະດີດປະທານສະພາແຫ່ງຊາດລາວ ທອງສິງ ທຳມະວົງ ສະເໜີໃຫ້ສະພາແຫ່ງຊາດ ຫວຽດນາມ ສືບຕໍ່ແບ່ງປັນບົດຮຽນກັບສະພາແຫ່ງຊາດ ລາວ, ປະກອບສ່ວນປັບປຸງການພົວພັນລະຫວ່າງ 2 ອົງການນິຕິບັນຍັດ
(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ພົບປະກັບທ່ານອະດີດນາຍົກລັດຖະມົນຕີ, ອະດີດປະທານສະພາແຫ່ງຊາດລາວ ທອງສິງ ທຳມະວົງ)

ຕອນບ່າຍວັນທີ 16 ພຶດສະພາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ມີການພົບປະກັບທ່ານອະດີດນາຍົກລັດຖະມົນຕີ, ອະດີດປະທານສະພາແຫ່ງຊາດລາວ ທອງສິງ ທຳມະວົງ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ປາດຖະໜາວ່າ ທ່ານ ທອງສິງ ທຳມະວົງ ຈະສືບຕໍ່ປະກອບສ່ວນພູມປັນຍາໃຫ້ແກ່ການພັດທະນາຂອງປະເທດຊາດ ກໍຄືຊຸກຍູ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ຫຼາຍກວ່າອີກ.

        ສ່ວນທ່ານອະດີດນາຍົກລັດຖະມົນຕີ, ອະດີດປະທານສະພາແຫ່ງຊາດລາວ ທອງສິງ ທຳມະວົງ ສະເໜີໃຫ້ສະພາແຫ່ງຊາດ ຫວຽດນາມ ສືບຕໍ່ແບ່ງປັນບົດຮຽນກັບສະພາແຫ່ງຊາດ ລາວ, ປະກອບສ່ວນປັບປຸງການພົວພັນລະຫວ່າງ 2 ອົງການນິຕິບັນຍັດ; ພ້ອມທັງຕີລາຄາສູງເລື່ອງສະພາແຫ່ງຊາດ 2 ປະເທດໄດ້ຈັດກອງປະຊຸມສຳມະນາ: “ແບ່ງປັນບົດຮຽນກ່ຽວກັບກົນໄກ, ນະໂຍບາຍເພື່ອຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມຫຼັງໂລກລະບາດໂຄວິດ-19”, ດ້ວຍຫຼາຍເນື້ອໃນແທດຈິງ, ມີຄວາມໝາຍສຳຄັນໃນການຟື້ນຟູເສດຖະກິດໄລຍະຫຼັງໂຄວິດ-19.

TAG
VOV/VOVworld/ການ​ພັດ​ທະ​ນາ/ແບ່ງ​ປັນ​ບົດ​ຮຽ​ນ​/​ຟື້ນ​ຟູ​ເສດ​ຖະ​ກິດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ