logo

ປະ​ທາ​ນາ​ທິ​ບໍ​ດີ Trump ສືບ​ຕໍ່​​ເລື່ອນການ​ປະ​ຕິ​ບັດ​ຄຳ​ສັ່ງເກືອດ​ຫ້າມ TikTok ຕື່ມ​ອີກ 90 ວັນ

2025/9/17 | 09:30:38
(VOVWORLD) - ວັນທີ 16 ກັນຍາ, ທ່ານປະທານາທິບໍດີ ອາເມລິກາ Donald Trump  ໄດ້ເຊັນປະກາດໃຊ້ລັດຖະດຳລັດວ່າດ້ວຍການສືບຕໍ່ເລື່ອນການປະຕິບັດຄຳສັ່ງເກືອດຫ້າມ TikTok ຕື່ມອີກ 90 ວັນ, ຮອດວັນທີ 16 ທັນວາ 2025.
ໂລໂກ TikTok (ພາບ: TTXVN)

ໃນລັດຖະດຳລັດສະບັບໃໝ່ ທີ່ມີຊື່ວ່າ “ຕໍ່ກຳນົດເວລາໂຈະການປະຕິບັດຄຳສັ່ງເກືອດຫ້າມ TikTok”, ທ່ານປະທານາທິບໍດີ ອາເມລິກາ Donald Trump ຮຽກຮ້ອງໃຫ້ກະຊວງຍຸຕິທຳ ອາເມລິກາ ບໍ່ດຳເນີນການບັງຄັບ ຫຼື ນຳໃຊ້ມາດຕະການປັບໄໝສຳລັບການກະທຳຈຳໜ່າຍ, ຮັກສາ ຫຼື ອັບເດດແອັບ TikTok ໃນຕະຫຼອດໄລຍະຕໍ່ກຳນົດເວລາ. ຊ້ຳບໍ່ໜຳ, ນັບທັງບັນດາການກະທຳທີ່ໄດ້ດຳເນີນແຕ່ວັນທີ 19 ມັງກອນ 2025 (ເຊິ່ງເປັນຈຸດເວລາທີ່ກົດໝາຍມີຜົນສັກສິດ) ຮອດມື້ປະກາດໃຊ້ລັດຖະບັນຍັດໃໝ່ ກໍຈະບໍ່ຖືກສືບສວນ. ລັດຖະມົນຕີກະຊວງຍຸຕິທຳໄດ້ຮັບການມອບໝາຍໜ້າທີ່ຮັບຜິດຊອບ ປະກາດໃຊ້ເອກະສານແນະນຳ ແລະ ຝາກຈົດໝາຍຢັ້ງຢືນເຖິງບັນດານັກສະໜອງການບໍລິການວ່າ ເຂົາເຈົ້າບໍ່ລະເມີດກົດໝາຍໃນໄລຍະນີ້. ນີ້ແມ່ນຄັ້ງທີ 3 ທີ່ທຳນຽບຂາວປະກາດໃຊ້ລັດຖະດຳລັດຕໍ່ກຳນົດເວລາ ນັບແຕ່ຕົ້ນປີ 2025.

ນັກຂ່າວ VOV ປະຈຳ ອາເມລິກາ


TAG
VOV/VOVworld/ຄຳສັ່ງເກືອດຫ້າມ TikTok/ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ