logo

ປະ​ທາ​ນາ​ທິ​ບໍ​ດີ ປາ​ແລັດ​ສະ​ຕິນ ​ປະ​ກາດ ໂຄງ​ການປະ​ຕິ​ຮູບ ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ

2025/12/25 | 08:17:01
(VOVWORLD) - ກຳລັງ ຮາມາດສໄດ້ຕຳໜິຕິຕຽນການກະທຳນີ້ ແລະ ຖືວ່າ ການຍົກອອກໂຄງການປະຕິຮູບດັ່ງກ່າວ ແມ່ນຂາດຄວາມເຫັນດີເຫັນພ້ອມ ແລະ ການປະຕິຮູບລັດທະທຳມະນູນຕ້ອງການໂອ້ລົມສົນທະນາທີ່ກວ້າງຂວາງກວ່າ ແມ່ນ ບັນດາການຕັດສິນແບບພຽງລຳພັງຝ່າຍດຽວ.

ໂຄງການປະຕິຮູບໂດຍທ່ານ Mahmoud Abbas ປະທານາທິບໍດີ ປາແລັດສະຕິນ ປະກາດໃນວັນທີ 24 ທັນວາ ເພື່ອແນໃສ່ປັບປຸງອຳນາດກົດໝາຍ, ປັບປຸງລັກສະນະໂປ່ງໃສ ແລະ ຮັບປະກັນການແບ່ງສິດອຳນາດ ເພື່ອເພີ່ມທະວີການຄວາມໄວ້ເນື້ອເຊື່ອໃຈຂອງມະຫາຊົນຕໍ່ອຳນາດການປົກຄອງ ປາແລັດສະຕິນ (PA).

ບັນດາມາດຕະການທີ່ໄດ້ສະເໜີ ລວມມີ: ພິຈາລະນາຄືນບັນດາຂໍ້ກຳນົດຂອງກົດໝາຍ ຕໍ່ການເຄື່ອນໄຫວດ້ານການເມືອງ ແລະ ເສດຖະກິດ, ດ້ວຍຈຸດສຸມມຸ່ງໄປເຖິງການຕິດຕາມກວດກາດ້ານການເງິນ, ຍຸຕິທຳ ແລະ ບັນດາມາດຕະການເພີ່ມທະວີການຕ້ານການສໍ້ລາດບັງຫຼວງ. ບັນດາການປັບປຸງ ກໍ່ແນໃສ່ມອບສິດເປັນເຈົ້າຫຼາຍກ່ວາໃຫ້ແກ່ບັນດາຮາກຖານຕິດຕາມກວດກາ. ໂຄງການດຳເນີນງານໄດ້ຍົກອອກວິວັດການຫັນປ່ຽນຈາກ PA ໄປເປັນລັດເອກະລາດສົມບູນ, ລວມມີການປັບປຸງກົດໝາຍວ່າດ້ວຍການເລືອກຕັ້ງ ແລະ ຮຽບຮຽງກົດໝາຍສະບັບໃໝ່ກ່ຽວກັບບັນດາພັກການເມືອງ.

ກຳລັງ ຮາມາດສໄດ້ຕຳໜິຕິຕຽນການກະທຳນີ້ ແລະ ຖືວ່າ ການຍົກອອກໂຄງການປະຕິຮູບດັ່ງກ່າວ ແມ່ນຂາດຄວາມເຫັນດີເຫັນພ້ອມ ແລະ ການປະຕິຮູບລັດທະທຳມະນູນຕ້ອງການໂອ້ລົມສົນທະນາທີ່ກວ້າງຂວາງກວ່າ ແມ່ນ ບັນດາການຕັດສິນແບບພຽງລຳພັງຝ່າຍດຽວ.

TAG
VOV/VOVworld/ປາ​ແລັດ​ສະ​ຕິນ/PA/ການ​ປະ​ຕິ​ຮູບ/ການ​ປັບ​ປຸງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ