logo

ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ ແຕ່​ງ​ຕັ້ງ​ທ່ານ Sébastien Lecornu ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຄືນ​ໃໝ່

2025/10/11 | 09:59:22
(VOVWORLD) - ວັນທີ 10 ຕຸລາ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໄດ້ແຕ່ງຕັ້ງທ່ານ Sébastien Lecornu ເປັນນາຍົກລັດຖະມົນຕີ ຄືນໃໝ່, ພາຍຫຼັງທີ່ການນຳຄົນນີ້ຍື່ນໃບສະເໜີລາອອກຈາກຕຳແໜ່ງ ພຽງ 4 ວັນ.
ທ່ານ Sébastien Lecornu ກ່າວຄຳເຫັນຢູ່ປາຣີ ໃນວັນທີ 8 ຕຸລາ (ພາບ: REUTERS/Stephanie Lecocq)

ກ່ອນທີ່ຕົກລົງກັບຄືນວັງ Matignon - ສຳນັກງານນາຍົກ ຝລັ່ງ, ທ່ານ Sébastien Lecornu ໄດ້ວາງອອກບາງເງື່ອນໄຂຕັດສິນຊີ້ຂາດກັບທ່ານປະທານາທິບໍດີ Emmanuel Macron. ລະອຽດ, ທ່ານຮຽກຮ້ອງໃຫ້ລັດຖະບານໃໝ່ຈະບໍ່ລວມມີບໍ່ວ່າບຸກຄົນໃດທີ່ ຢາກຫາສຽງເລືອກຕັ້ງເປັນປະທານາທິບໍດີ ປີ 2027, ນັບທັງຜູ້ທີ່ໃກ້ຊິດຄືທ່ານ Gérald Darmanin ລັດຖະມົນຕີກະຊວງພາຍໃນ  ຫຼື ທ່ານ Bruno Retailleau – ປະທານພັກ LR - ເຊິງເປັນສອງການນຳທີ່ໄດ້ຮັບຖືວ່າ “ຜູ້ສະໝັກເລືອກຕັ້ງທີ່ມີຄວາມສາມາດບົ່ມຊ້ອນ”

ນອກຈາກນັ້ນ, ທ່ານ Lecornu ກໍຮຽກຮ້ອງໃຫ້ທຸກຂໍ້ຕົກລົງລະຫວ່າງ ທຳນຽບປະທານາທິບໍດີ ຝລັ່ງ ກັບບັນດາພັກຝ່າຍຄ້ານໃນເມື່ອກ່ອນ ຕ້ອງໄດ້ນຳມາປຶກສາຫາລືຢູ່ສະພາແຫ່ງຊາດ, ລວມມີການປະຕິຮູບລະບອບນະໂຍບາຍພັກບຳນານ, ເຊິ່ງເປັນບັນຫາໜຶ່ງທີ່ມີຄວາມລະອຽດອ່ອນທີ່ສຸດ.


TAG
VOV/VOVworld/ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ/ແຕ່​ງ​ຕັ້ງ​ທ່ານ Sébastien Lecornu ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ