logo

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ​ຕັ້ງ​ຫວັງ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ທາງ​ການ​ຄ້າ​ໃນ​ການ​ພົບ​ປະ​ກັບ​ທ່ານ​ປະ​ທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິງ

2025/10/23 | 08:30:02
(VOVWORLD) - ຕາມທ່ານປະທານາທິບໍດີ ອາເມລິກາ Donald Trump ແລ້ວ, ການພົບປະລະຫວ່າງທ່ານກັບທ່ານປະທານປະເທດ ຈີນ ສີຈິ້ນຜິງ ຢູ່ສ.ເກົາຫລີໄດ້ກຳນົດ ແລະ ສອງຝ່າຍໄດ້ຂຶ້ນແຜນໃຫ້ແກ່ກອງປະຊຸມທີ່ຍາວ.
ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: Reuters)

ວັນທີ 22 ຕຸລາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ທ່ານຕັ້ງຫວັງວ່າຈະບັນລຸໄດ້ຂໍ້ຕົກລົງທາງການຄ້າກັບ ຈີນ ໃນການພົບປະກັບທ່ານປະທານປະເທດ ຈີນ ສີຈິ້ນຜິງ ຄາດວ່າຈະດຳເນີນໃນອາທິດໜ້າຢູ່ ສ.ເກົາຫຼີ, ຢູ່ນອກກອງປະຊຸມສຸດຍອດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC). ໄປຄຽງຄູ່ກັນນັ້ນ, ທ່ານ Donald Trump ກໍ່ມີຄວາມຫວັງວ່າສອງຝ່າຍຈະບັນລຸໄດ້ຂໍ້ຕົກລົງຟື້ນຟູເລື່ອງຈີນຊື້ຖົ່ວເຫຼືອງຂອງ ອາເມລິກາ. ຕາມທ່ານປະທານາທິບໍດີ ອາເມລິກາແລ້ວ, ການພົບປະລະຫວ່າງທ່ານກັບທ່ານປະທານປະເທດ ຈີນ ສີຈິ້ນຜິງ ຢູ່ສ.ເກົາຫລີໄດ້ກຳນົດ ແລະ ສອງຝ່າຍໄດ້ຂຶ້ນແຜນໃຫ້ແກ່ກອງປະຊຸມທີ່ຍາວ. ທ່ານກໍ່ຍ້ອງຍໍສັນລະເສີນການພົວພັນສ່ວນຕົວກັບທ່ານປະທານປະເທດ ຈີນ ສີຈິ້ນຜິງ ແລະ ສະແດງຄວາມປະເອີບໃຈກ່ຽວກັບເລື່ອງ ອາເມລິກາ - ຈີນ ອາດຈະແກ້ໄຂທຸກຄວາມບໍ່ລົງລອຍກັນໄດ້.

TAG
VOV/VOVworld/ອາ​ເມ​ລິ​ກາ/ຈີນ/ເສດ​ຖະ​ກິດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ