logo

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ຖະ​ແຫຼງຫຼຸດ​ຈຳ​ນວນ​ບຸກ​ຄະ​ລາ​ກອນ​ສະ​ຫະ​ລັດ​ໃນຂອບ​ຂະ​ໜາດ​ໃຫຍ່

2025/10/3 | 09:42:31
(VOVWORLD) -  ມີພະນັກງານສະຫະລັດປະມານ 750.000 ຄົນຢູ່ຫຼາຍອົງການ ຕ້ອງຢຸດເຮັດວຽກຊົ່ວຄາວ ໂດຍບໍ່ໄດ້ຮັບເງິນເດືອນ.
ທ່ານ Donald Trump ປະທານາທິບໍດີ ອາເມລິກາ (ພາບ:  REUTERS/Ken Cedeno)

ວັນທີ 02 ຕຸລາ, ໃນສື່ສັງຄົມອອນລາຍ Truth Social, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ຖະແຫຼງຈະດຳເນີນບັ້ນຫຼຸດຈຳນວນບຸກຄະລາກອນສະຫະລັດໃນຂອບຂະໜາດໃຫຍ່, ໃນສະພາບການລັດຖະບານສະຫະລັດປິດປະຕູສ່ວນໜຶ່ງເປັນມື້ທີ 2 ແລ້ວ.

      ຖະແຫຼງການໂດຍການນຳ ອາເມລິກາ ຍົກອອກມາໃນສະພາບການລັດຖະບານປະເທດນີ້ ໄດ້ປິດປະຕູສ່ວນໜຶ່ງຢ່າງເປັນທາງການ ແຕ່ເວລາ 0 ໂມງ 01 ນາທີຂອງວັນທີ 01 ຕຸລາ (ຕາມເວລາທ້ອງຖິ່ນ, ໝາຍຄວາມວ່າກົງກັບຕອນ 11 ໂມງ 01 ນາທີຂອງວັນດຽວກັນຕາມເວລາ ຫວຽດນາມ) ພາຍຫຼັງທີ່ສະພາແຫ່ງຊາດ ແລະ ທ່ານປະທານາທິບໍດີ ບໍ່ບັນລຸໄດ້ຂໍ້ຕົກລົງງົບປະມານ, ຍ້ອນບໍ່ລົງລອຍກັນກ່ຽວກັບແຫຼ່ງເງິນອຸປະຖຳໃຫ້ແກ່ການສົ່ງເສີມສຸຂະພາບ. ຜົນຕາມມາແມ່ນ ມີພະນັກງານສະຫະລັດປະມານ 750.000 ຄົນຢູ່ຫຼາຍອົງການ ຕ້ອງຢຸດເຮັດວຽກຊົ່ວຄາວ ໂດຍບໍ່ໄດ້ຮັບເງິນເດືອນ.

      ສ່ວນທ່ານ Chuck Schumer  ການນຳພັກປະຊາທິປະໄຕທີ່ກວມຈຳນວນສະມາຊິກສ່ວນໜ້ອຍຢູ່ສະພາສູງ ຖືວ່າ ເລື່ອງໃຫ້ພະນັກງານຈຳນວນຫຼາຍອອກວຽກນັ້ນ ແມ່ນຈະບໍ່ມີບ່ອນອີງທີ່ເໝາະສົມ.


TAG
VOV/VOVworld/ບຸກຄະລາກອນສະຫະລັດ/ລັດ​ຖະ​ບານ ​ສະ​ຫະ​ລັດ ປິດ​ປະ​ຕູ​ສ່ວນ​ໜຶ່ງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ