logo

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump: ສົງ​ຄາມ ກາ​ຊາ ໄດ້​ສິ້ນ​ສຸດ​ລົງ​ຢ່າງ​ສົມ​ບູນ

2025/10/14 | 09:30:09
(VOVWORLD) - ທ່ານປະທານາທິບໍດີ Trump ຢັ້ງຢືນວ່າ ຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາ ແມ່ນ “ໄຊຊະນະອັນຍິ່ງໃຫຍ່ໃຫ້ແກ່ ອິດສະຣາແອັນ ແລະ ໂລກ”; ທ່ານເນັ້ນໜັກວ່າ ເຖິງວ່າ ມີຄວາມສ່ຽງຫຼາຍຢ່າງກ່ຽວກັບຄວາມສາມາດບັນລຸໄດ້ຂໍ້ຕົກລົງຢຸດຍິງ ແຕ່ໃນທີ່ສຸດ “ພວກຂ້າພະເຈົ້າກໍບັນລຸໄດ້ສິ່ງດັ່ງກ່າວ”.
ທ່ານປະທານາທິບໍດີ ອາເມລິກາ Donald Trump ຈັບຂໍ້ຕົກລົງທີ່ໄດ້ລົງນາມໃນວັນທີ 13 ຕຸລາ 2025
(ພາບ:   REUTERS/Evelyn Hockstein)

ວັນທີ 13 ຕຸລາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເດີນທາງເປັນເວລາ 4 ຊົ່ວໂມງ ໄປຢ້ຽມຢາມ ອິດສະຣາແອັນ. ໃນຂອບເຂບການຢ້ຽມຢາມ, ທ່ານ Trump ໄດ້ມີການແລກປ່ຽນກັບທ່ານ Benjamin Netanyahu ນາຍົກລັດຖະມົນຕີ ອິດສະຣາແອັນ, ພົບປະກັບບັນດາຄອບຄົວທີ່ມີຕົວປະກັນໂດຍຂະບວນການ ຮາມາດສ ໄດ້ປ່ອຍເປັນອິດສະຫຼະພາບ. ໃນບົດກ່າວຄຳເຫັນຕໍ່ໜ້າສະພາແຫ່ງຊາດ ອິດສະຣາແອັນ (Knesset), ທ່ານປະທານາທິບໍດີ Trump ຢັ້ງຢືນວ່າ ຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາ ແມ່ນ “ໄຊຊະນະອັນຍິ່ງໃຫຍ່ໃຫ້ແກ່ ອິດສະຣາແອັນ ແລະ ໂລກ”; ທ່ານເນັ້ນໜັກວ່າ ເຖິງວ່າ ມີຄວາມສ່ຽງຫຼາຍຢ່າງກ່ຽວກັບຄວາມສາມາດບັນລຸໄດ້ຂໍ້ຕົກລົງຢຸດຍິງ ແຕ່ໃນທີ່ສຸດ “ພວກຂ້າພະເຈົ້າກໍບັນລຸໄດ້ສິ່ງດັ່ງກ່າວ”.

ກໍໃນວັນດຽວກັນ, ເມື່ອກ່າວຄຳເຫັນທີ່ກອງປະຊຸມສຸດຍອດ Sharm El Sheikh (ອີຢິບ) ກ່ຽວກັບ ກາຊາ, ອີກຄັ້ງໜຶ່ງ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຖະແຫຼງວ່າ ສົງຄາມ ກາຊາ ໄດ້ສິ້ນສຸດລົງຢ່າງສົມບູນ ແລະ ດຽວນີ້ແມ່ນພາລະກິດສ້າງດິນແດນນີ້ຄືນໃໝ່. ທ່ານ Trump ຍ້ອງຍໍຊົມເຊີຍຂໍ້ຕົກລົງຢຸດຍິງໄລຍະທີ 1 ທີ່ຫາກໍ່ລົງນາມໃນກອງປະຊຸມກ່ຽວກັບການຢຸດຕິການປະທະກັນ ແລະ ແລກປ່ຽນຕົວປະກັນລະຫວ່າງ ອິດສະຣາແອັນ ແລະ ຂະບວນການ ຮາມາດສ ຢູ່ເຂດ ກາຊາ, ເອີ້ນນີ້ແມ່ນຂໍ້ຕົກລົງປະຫວັດສາດ “ບໍ່ເຄີຍມີໃຜຄິດວ່າ ຈະສາມາດບັນລຸໄດ້”. ທ່ານ Trump ກໍຫວັງວ່າ ບັນດາປະເທດໃນພາກພື້ນ ຈະເຂົ້າຮ່ວມສົນທິສັນຍາ Araham ກ່ຽວກັບການຫັນການພົວພັນລະຫວ່າງ ອິດສະຣາແອັນ ແລະ ໂລກ ອາຣັບ ເປັນປົກກະຕິ ໃນໄລຍະຈະມາເຖິງ.

ນັກຂ່າວ VOV ປະຈຳ ອີຢິບ

TAG
VOV/VOVworld/ຂໍ້ຕົກລົງຢຸດຍິງໄລຍະທີ 1/ສົນທິສັນຍາ Araham/ສົງ​ຄາມ​ເຂດ ກາ​ຊາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ