logo

ປ​ະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ເຊັນ​ຄຳ​ສັ່ງຫຼຸດ​ຜ່ອນ​ພາ​ສີ​ສຳ​ລັບ​ສິນ​ຄ້າ​ ຈີນ ​ທີ່​ກ່ຽວ​ຂ້ອງ​ເຖິງ fentanyl

2025/11/5 | 07:56:04
(VOVWORLD) - ພາຍຫຼັງການພົບປະສຸດຍອດລະຫວ່າງທ່ານ Donald Trump ປະທານາທິບໍດີ ອາເມລິກາ ກັບທ່ານ ສີຈີ້ນຜິງ ປະທານປະເທດ ຈີນ ຢູ່ ສ.ເກົາຫຼີ ເມື່ອວັນທີ 30 ຕຸລາ ຜ່ານມາ, ປັກກິ່ງ ໄດ້ໃຫ້ຄຳໝັ້ນສັນຍາຄວບຄຸມ ແລະ ສະກັດກັ້ນການເຄື່ອນໄຫວຂອງທາດເຄມີທີ່ໄດ້ນຳໃຊ້ເພື່ອຜະລິດ fentanyl ໄປຍັງ ອາເມລິກາ. 
ກ່ຳປັ່ນບັນຈຸຕູ້ຄອນແທນເນີຢູ່ທ່າກ່ຳປັ່ນ Oakland, California, ອາເມລິກາ ໃນວັນທີ 4/8/2025 (ພາບ:REUTERS/Carlos Barria)

ວັນທີ 04 ພະຈິກ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ລົງນາມໃນຄຳສັ່ງຫຼຸດຜ່ອນ ½ ອັດຕາພາສີເພີ່ມເຕີມສຳລັບສິນຄ້າ ຈີນ ທີ່ກ່ຽວຂ້ອງເຖິງທາດ fentanyl, ຜ່ານນັ້ນ ໄດ້ຫັນເປັນທາງການ ສ່ວນໜຶ່ງຂອງຂໍ້ຕົກລົງເຊິ່ງທ່ານປະທານາທິບໍດີ ອາເມລິກາ ບັນລຸໄດ້ກັບທ່ານ ສີຈີ້ນຜິງ ປະທານປະເທດ ຈີນ ພາຍຫຼັງການພົບປະໂດຍກົງຄັ້ງທຳອິດລະຫວ່າງການນຳສອງທ່ານຢູ່ ສ.ເກົາຫຼີ ເມື່ອວັນທີ 30 ຕຸລາ ຜ່ານມາ.

ພາຍຫຼັງການພົບປະສຸດຍອດລະຫວ່າງທ່ານ Donald Trump ປະທານາທິບໍດີ ອາເມລິກາ ກັບທ່ານ ສີຈີ້ນຜິງ ປະທານປະເທດ ຈີນ ຢູ່ ສ.ເກົາຫຼີ ເມື່ອວັນທີ 30 ຕຸລາ ຜ່ານມາ, ປັກກິ່ງ ໄດ້ໃຫ້ຄຳໝັ້ນສັນຍາຄວບຄຸມ ແລະ ສະກັດກັ້ນການເຄື່ອນໄຫວຂອງທາດເຄມີທີ່ໄດ້ນຳໃຊ້ເພື່ອຜະລິດ fentanyl ໄປຍັງ ອາເມລິກາ.  ເພື່ອໂຕ້ຕອບຄືນ, ວໍຊິງຕັນ ຖະແຫຼງຈະຫຼຸດອັດຕາພາສີເພີ່ມເຕີມ ແຕ່ 20% ລົງເຫຼືອພຽງ 10%, ເຊິ່ງມີຜົນບັງຄັບໃຊ້ແຕ່ວັນທີ 10 ພະຈິກ ເປັນຕົ້ນໄປ. ລັດຖະດຳລັດທີ່ ທ່ານ Donald Trump ໄດ້ເຊັນເມື່ອວັນທີ 4 ພະຈິກນັ້ນ ໄດ້ເປັນບ່ອນອີງເພື່ອປະຕິບັດຂໍ້ຕົກລົງດັ່ງກ່າວຢ່າງເປັນທາງການ, ພ້ອມດຽວກັນນັ້ນ, ກໍຊີ້ແຈ້ງວ່າ ວົງການເຈົ້າໜ້າທີ່ ອາເມລິກາ ຈະຕິດຕາມກວດກາເລື່ອງ ຈີນ ປະຕິບັດຄຳໝັ້ນສັນຍາສຳລັບຂໍ້ຕົກລົງສະບັບນີ້.

ຕາມທຳນຽບຂາວແລ້ວ, ການພົບປະລະຫວ່າງການນຳສອງທ່ານ ກໍບັນລຸໄດ້ຂໍ້ຕົກລົງຈຳນວນໜຶ່ງ, ໃນນັ້ນ ມີເລື່ອງສືບຕໍ່ຢຸດຕິບັນດາອັດຕາພາສີທີ່ມີລັກສະນະໂຕ້ຕອບເຊິ່ງກັນ ແລະ ກັນ ຮອດວັນທີ 10 ພະຈິກ 2026.

TAG
VOV/VOVworld/ຜະລິດ fentanyl/ອັດ​ຕາ​ພາ​ສີ/ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ/ສິນ​ຄ້າ​ຈີນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ