logo

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຄາດ​ວ່າ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ກ່ຽວ​ກັບ​ເຂດ ກາ​ຊາ

2025/10/11 | 09:57:25
(VOVWORLD) -    ທ່ານປະທານາທິບໍດີ ອາເມລິກາ Donald Trump ຄາດວ່າຈະເຂົ້າຮ່ວມກອງປະຊຸມສຸດຍອດກ່ຽວກັບເຂດ ກາຊາ ຢູ່ ອີຢິບ ໃນທ້າຍອາທິດຈະມາເຖິງ, ສຸມໃສ່ອະນາຄົດຂອງ ກາຊາ ພາຍຫຼັງການປະທະກັນ.
 ຄາດວ່າ, ທ່ານປະທານາທິບໍດີ Donald Trump ຈະເດີນທາງໄປຍັງ ອິດສະຣາແອັນ ໃນວັນທີ 13 ຕຸລາ (ພາບ: Reuters)

ໃນກອງປະຊຸມສຸດຍອດກ່ຽວກັບເຂດ ກາຊາ, ໂດຍທ່ານປະທານາທິບໍດີ ອີຢິບ Abdel Fattah El-Sisi ເປັນປະທານ, ຄາດວ່າຈະດຳເນີນໃນວັນທີ 14 ຕຸລາ ຫຼື ໄວກວ່າ ແນໃສ່ຈຸດປະສົງລະດົມການສະໜັບສະໜູນຈາກສາກົນຕໍ່ແຜນການ 20 ຂໍ້ ກ່ຽວກັບເຂດ ກາຊາຂອງທ່ານປະທານາທິບໍດີ Donald Trump ຢ່າງກວ້າງຂວາງກວ່າ, ເຊິ່ງພວມປະເຊີນໜ້າກັບບັນດາສິ່ງທ້າທາຍກ່ຽວກັບຄວາມໝັ້ນຄົງ ແລະ ສ້າງເຂດ ກາຊາ ຄືນໃໝ່ ພາຍຫຼັງປະທະກັນ. ຄາດວ່າ ຈະມີການເຂົ້າຮ່ວມຂອງບັນດາການນຳ ຫຼື ລັດຖະມົນຕີຂອງບັນດາປະເທດຄື: ອັງກິດ, ຝລັ່ງ, ເຢຍລະມັນ, ອີຕາລີ, ອາຣັບບີ ຊະອຸດິ, ກາຕາ, ສະຫະລັດ ອາຣັບ ເອມມີເລດ (UAE), ຈໍແດນ, ຕວັກກີ, ປາກິດສະຖານ ແລະ ອິນໂດເນເຊຍ.

        ຄາດວ່າ, ທ່ານປະທານາທິບໍດີ Donald Trump ຈະເດີນທາງໄປຍັງ ອິດສະຣາແອັນ ໃນວັນທີ 13 ຕຸລາ, ມີບົດກ່າວຄຳເຫັນຢູ່ສະພາແຫ່ງຊາດ ອິດສະຣາແອັນ ແລະ ພົບປະກັບຄອບຄົວບັນດາຕົວປະກັນອິດສະຣາແອັນ. ຕອນບ່າຍຂອງວັນດຽວກັນ, ທ່ານປະທານາທິບໍດີ Donald Trump ຄາດວ່າ ຈະໄປ ອີຢິບ, ພົບປະກັບທ່ານປະທານາທິບໍດີ Abdel Fattah El-Sisi ແລະ ເຂົ້າຮ່ວມພິທີລົງນາມພ້ອມກັບບັນດາຝ່າຍຄ້ຳປະກັນອື່ນຂອງຂໍ້ຕົກລົງສັນຕິພາບ ກາຊາ ນັ້ນແມ່ນ ອີຢິບ, ກາຕາ ແລະ ຕວັກກີ.

ມິງໂງ, ນັກຂ່າວ VOV ປະຈຳ ອີຢິບ


TAG
VOV/VOVworld/ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ/ກອງ​ປະ​ຊຸມ​ສຸດຍອດ​ກ່ຽວ​ກັບ​ເຂດ ກາ​ຊາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ