logo

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ: ບັນ​ດາ​​ການ​ເຈ​ລະ​ຈາ​ແນ​ໃສ່​ຢຸ​ດ​ຕິ​ການ​ປະ​ທະ​ກັນ​ຢູ່ ຢູ​ແກຼນ ໃກ້ຈະ “ບັນ​ລຸ​ໄດ້​ໝາກ​ຜົນ​ແລ້ວ”

2025/12/19 | 08:50:52
(VOVWORLD) -  ວັນທີ 18 ທັນວາ, ເມື່ອກ່າວຄຳເຫັນໃນຫ້ອງເຮັດວຽກຮູບໄຂ່, ທ່ານ Donadl Trump ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ທ່ານເຊື່ອໝັ້ນວ່າ ບັນດາການເຈລະຈາແນໃສ່ຢຸດຕິການປະທະກັນຢູ່ ຢູແກຼນ ໃກ້ຈະ “ບັນລຸໄດ້ໝາກຜົນແລ້ວ”.

  ທ່ານ Donadl Trump ກໍຢ້ຳຄືນເລື່ອງທ່ານໄດ້ປິດ 8 ການປະທະກັນໃນໂລກ ນັບແຕ່ເມື່ອກັບຄືນມາທຳນຽບຂາວ ແຕ່ຕົ້ນປີ 2025 ນີ້, ພ້ອມທັງຢັ້ງຢືນວ່າ ການແກ້ໄຂການປະທະກັນລະຫວ່າງ ລັດເຊຍ ແລະ ຢູແກຼນ ແມ່ນຍາກກວ່າໝູ່ ແຕ່ອາດຈະສຳເລັດໂດຍໄວ.

        ເຈົ້າໜ້າທີ່ທຳນຽບຂາວໃຫ້ຮູ້ວ່າ ບັນດາທູດພິເສດຂອງທ່ານ Trump ເຊິ່ງແມ່ນ ທ່ານ Steve Witkoff ແລະ ທ່ານ Jared Kushner ຄາດວ່າ ຈະພົບປະກັບຄະນະຜູ້ແທນ ລັດເຊຍ ຢູ່  Miami ໃນທ້າຍອາທິດນີ້. ຝ່າຍ ອາເມລິກາ ກໍພວມມານະພະຍາຍາມສືບຕໍ່ເກ້ຍກ່ອມທັງ ລັດເຊຍ ແລະ ຢູແກຼນ ບັນລຸໄດ້ຂໍ້ຕົກລົງຢຸດຕິການປະທະກັນ. ກ່ອນໜ້ານັ້ນ, ທ່ານ Witkoff ແລະ ທ່ານ Kushner ກໍໄດ້ພົບປະກັບຄະນະ ຢູແກຼນ ຢູ່ ເບີລິນ ໃນຕົ້ນອາທິດນີ້. ບັນດາເຈົ້າໜ້າທີ່ ອາເມລິກາ ໃຫ້ຮູ້ວ່າ ເຂົາເຈົ້າເຊື່ອໝັ້ນວ່າ ສອງຝ່າຍບໍ່ໄດ້ຢູ່ຫ່າງໄກກັນແລ້ວ, ເຖິງວ່າ ບັນຫາຍາກທີ່ສຸດແມ່ນດິນແດນທີ່ຍັງບໍ່ທັນໄດ້ຮັບການແກ້ໄຂ.

ກວາງຈູງ - ນັກຂ່າວ VOV ປະຈຳ ອາເມລິກາ

TAG
VOV/VOVworld/ການ​ປະ​ທະ​ກັນ​ຢູ່ ຢູ​ແກຼນ/ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ