logo

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ແລະ ປະ​ທາ​ນາ​ທິບໍ​ດີ ອີ​ຢິບ ເປັນ​ປະ​ທານ​ກອ​ງ​ປະ​ຊຸມ​ສຸດຍອດ ກາ​ຊາ

2025/10/12 | 13:37:04
(VOVWORLD) - ກອງປະຊຸມສຸດຍອດ ກາຊາ ຢູ່ Sharm El Sheikh ໂດຍທ່ານປະທານາທິບໍດີ ອາເມລິກາ  Donald Trump ແລະ ທ່ານປະທານາທິບໍດີ ອີຢິບ Abdel Fattah El Sisi ຈະເປັນປະທານຮ່ວມ.
ຊາວ ປາແລັດສະຕິນ ຮັບເຄື່ອງຊ່ວຍເຫຼືອ, ວັນທີ 11 ຕຸລາ 2025
(ພາບ: REUTERS/Ramadan Abed)

ກອງປະຊຸມສຸດຍອດສາກົນກ່ຽວກັບ ກາຊາ ໂດຍທ່ານປະທານາທິບໍດີ ອີຢິບ Abdel Fattah El Sisi  ລິເລີ່ມ, ຄາດວ່າຈະດຳເນີນໃນຕົ້ນອາທິດໜ້າຢູ່ນະຄອນ Sharm El Sheikh, ທາງທິດໃຕ້ແຫຼມ ຊີນາຍ ຂອງ ອີຢິບ. ນີ້ແມ່ນສະຖານທີ່ດຳເນີນການເຈລະຈາຢຸດຍິງຄັ້ງພິເສດລະຫວ່າງ ອິດສະຣາແອັນ ແລະ ຂະບວນການ ຮາມາດສ ແຕ່ວັນທີ 6 – 8 ຕຸລາ ພາຍໃຕ້ການເປັນກາງ ແລະ ອຸປະຖຳຈາກ ອາເມລິກາ, ອີຢິບ, ກາຕາ ແລະ ຕວັກກີ. ວັນທີ 9 ຕຸລາ, ສອງຝ່າຍໄດ້ລົງນາມໃນຂໍ້ຕົກລົງຢຸດຍິງໄລຍະທີ 1 ຕາມຂໍ້ລິເລີ່ມສິ້ນສຸດສົງຄາມ ກາຊາ ໂດຍທ່ານປະທານາທິບໍດີ ອາເມລິກາ Donald Trump  ສະເໜີ ເມື່ອທ້າຍເດືອນກັນຍາ.

ວັນທີ 11 ຕຸລາ, ກະຊວງການຕ່າງປະເທດ ອີຢິບ  ແຈ້ງໃຫ້ຊາບວ່າ ກອງປະຊຸມສຸດຍອດ ກາຊາ ຢູ່ Sharm El Sheikh ໂດຍທ່ານປະທານາທິບໍດີ ອາເມລິກາ  Donald Trump ແລະ ທ່ານປະທານາທິບໍດີ ອີຢິບ Abdel Fattah El Sisi ຈະເປັນປະທານຮ່ວມ.

ນັກຂ່າວ VOV ປະຈຳ ອີຢິບ

TAG
VOV/VOVworld/ປະທານາທິບໍດີ ອີຢິບ/ອິດສະຣາແອັນ/ປ​ະ​ທາ​ນາ​ທິ​ບໍ​ດີ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ