logo

ປະ​ເທດ ຝ​ລັ່ງ ອາ​ໄລ​ຫາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ໃນ​ເຫດ​ບຸກ​ໂຈມ​ຕີ​ຢູ່ ປາ​ຣີ ຄົບ​ຮອບ 10 ປີ

2025/11/14 | 09:05:47
(VOVWORLD) -  ວັນທີ 13 ພະຈິກ, ປະເທດ ຝລັ່ງ ໄດ້ຈັດຫຼາຍພິທີເພື່ອອາໄລຫາຜູ້ປະສົບເຄາະຮ້າຍໃນເຫດບຸກໂຈມຕີທີ່ນອງເລືອດເກີດຂຶ້ນໃນຄ່ຳຄືນວັນທີ 13 ພະຈິກ 2015 ຄົບຮອບ 10 ປີ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດ 130 ຄົນ ແລະ ສັ່ນສະເທື່ອນໄປທົ່ວໂລກ.

ເມື່ອກ່າວຄຳເຫັນທີ່ພິທີອາໄລຫາທີ່ຈັດຂຶ້ນຢູ່ໂຮງລະຄອນ Bataclan, ທ່ານ  Emanuel Macron ປະທານາທິບໍດີ ຝລັ່ງ ໃຫ້ຄຳໝັ້ນສັນຍາຈະເພີ່ມທະວີບັ້ນຕໍ່ສູ້ຕ້ານການກໍ່ການຮ້າຍ ແລະ ເປັນເຈົ້າການຮັບມືກັບບັນດາຮູບແບບບຸກໂຈມຕີຫົວຮຸນແຮງແບບໃໝ່.

“ເປັນໄລຍະ 10 ປີ ພາຍຫຼັງເຫດບຸກໂຈມຕີກໍ່ການຮ້າຍທີ່ນອງເລືອດທີ່ສຸດ, ພວກເຮົາໄດ້ເຮັດທຸກສິ່ງທຸກຢ່າງທີ່ສາມາດສະກັດກັ້ນ ແລະ ຍູ້ລັດທິສ່ຽງຕາຍຕໍ່ສູ້ຈາກພາຍນອກໃຫ້ຖອຍໄປ. ແຕ່ມັນພັດປະກົດຂຶ້ນດ້ວຍຮູບແບບອື່ນ, ຈາກພາຍໃນ, ມິດງຽບ, ຍາກທີ່ຈະຮັບຮູ້ ແລະ ຄາຄະເນລ່ວງໜ້າກວ່າເກົ່າ. ຕໍ່ໜ້າສະພາບການຕົວຈິງນັ້ນ, ລັ່ງ ຢັ້ງຢືນວ່າ ຈະຢຶດໝັ້ນປະຕິບັດການຕໍ່ສູ້ກໍ່ການຮ້າຍ, ພ້ອມທັງໃຫ້ຄຳໝັ້ນສັນຍາປົກປັກຮັກສາບັນດາຄຸນຄ່າແກ່ນສານແຫ່ງຄວາມຍຸຕິທຳ ແລະ ເສລີພາບ”.

ກໍໃນວັນທີ 13 ພະຈິກ, ຢູ່ບັນດາສະຖານທີ່ເຄີຍຖືກບຸກໂຈມຕີຄື: ຮ້ານກາເຟ, ພັດທະຄານ, ຫ້ອງປະສານສຽງ ແລະ ສະໜາມກິລາ Stade de France, ປະຊາຊົນ ແລະ ບັນດາເຈົ້າໜ້າທີ່ໄດ້ວາງດອກໄມ້, ຈູດທູດ, ໄຕ້ທຽນເພື່ອອາໄລຫາຜູ້ປະສົບເຄາະຮ້າຍໃນເຫດການນີ້.

ແອັງວັນ, ແອັງຕວຽນ - ນັກຂ່າວ VOV  ປະຈຳ ລັ່ງ.

TAG
VOV/VOVworld/​ຮູບ​ແບບ​ບຸກ​ໂຈມ​ຕີ/​ຜູ້​ປະ​ສົບ​ເຄາະ​ຮ້າຍ​ໃນ​ເຫດ​ບຸກ​ໂຈມ​ຕີ​ທີ່ນອງ​ເລືອດ​

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ