logo

ຜູ້​ຕາງ​ໜ້າ ແດນ​ມາກ ແລະ ອາ​ເມ​ລິ​ກາ ປຶ​ກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ Greenland ຢູ່ ທຳ​ນຽບ​ຂາວ

2026/1/14 | 08:48:24
(VOVWORLD) -  ວັນທີ 14 ມັງກອນ, ຜູ້ຕາງໜ້າຂັ້ນສູງຂອງ ແດນມາກ ມີການພົບປະແບບເຊິ່ງໜ້າກັບອຳນາດການປົກຄອງປະທານາທິບໍດີ ອາເມລິກາ Donald Trump ຢູ່ທຳນຽບຂາວ ເພື່ອປຶກສາຫາລືກ່ຽວກັບບັນຫາ Greenland.
ທ່ານລັດຖະມົນຕີການຕ່າງປະເທດ ແດນມາກ  Lars Loekke Rasmussen (ພາບ: Sebastian Elias Uth/ Ritzau Scanpix/via REUTERS)

ຕາມຂໍ້ມູນຈາກກະຊວງການຕ່າງປະເທດ ແດນມາກ ແລ້ວ, ການພົບປະຢູ່ທຳນຽບຂາວ ມີການເຂົ້າຮ່ວມຂອງທ່ານ Lars Løkke Rasmussen ລັດຖະມົນຕີການຕ່າງປະເທດ ແດນມາກ, ທ່ານ Vivian Motzfeldt ຜູ້ຕາງໜ້າ Greenland, ທ່ານ JD Vance ຮອງປະທານາທິບໍດີ ອາເມລິກາ ພ້ອມດ້ວຍທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ອາເມລິກາ.

        ການພົບປະນີ້ໄດ້ຮັບການຈັດຂຶ້ນໃນສະພາບການທ່ານປະທານາທິບໍດີ Donald Trump ສະແດງເຈດຈຳນົງໂຮມເກາະ Greenland ເຂົ້າ, ເຊິ່ງເປັນເຂດທີ່ມີຄວາມໝາຍຍຸດທະສາດສຳຄັນ.

        ຈຸດປະສົງຂອງແດນມາກ ທີ່ການໂອ້ລົມເຈລະຈາຄັ້ງນີ້ແມ່ນນຳບັນດາຂໍ້ຂັດແຍ້ງຈາກການສະແດງທັດສະນະໃນສື່ສັງຄົມອອນໄລເຂົ້າໃນໂຕະເຈລະຈາແບບເຊິ່ງໜ້າເພື່ອໂນ້ມນ້າວໃຫ້ ອາເມລິກາ ເຄົາລົບສິດຕັດສິນໃຈເອງຂອງ Greenland.

        ການນຳເອີລົບຫຼາຍທ່ານ ເຊັ່ນ ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໄດ້ສະແດງທັດສະນະສະໜັບສະໜູນທັດສະນະຂອງ ແດນມາກ ແລະ Greenland, ຢັ້ງຢືນວ່າ ມີພຽງແຕ່ປະຊາຊົນ Greenland ຈຶ່ງມີສິດຕັດສິນອະນາຄົດຂອງຕົນ.

ນັກຂ່າວ VOV ປະຈຳ ຝລັ່ງ

TAG
VOV/VOVworld/Greenland/ທັດສະນະຂອງ ແດນມາກ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ