logo

ຜົນ​ກະ​ທົບຂອງ​ໂລກ​ລະ​ບາດ​ໂຄວິດ-19 ຕໍ່ກັບ​ກ​ານ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ​ຢູ່ ລາວ

2020/7/13 | 07:54:14
(VOVWORLD) -ວັນທີ 12 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ສົມທົບກັບສະມາຄົມວິສາຫະກິດ ຫວຽດນາມ ການຮ່ວມມື ແລະ ລົງທຶນ ຢູ່ ລາວ ຈັດຕັ້ງການໂອ້ລົມສົນທະນາກັບບັນດາວິສາຫະກິດເພື່ອປຶກສາຫາລືກ່ຽວກັບຜົນກະທົບຂອງໂລກລະບາດໂຄວິດ-19 ຕໍ່ກັບການເຄື່ອນໄຫວດຳເນີນທຸລະກິດຢູ່ ລາວ ແລະ ທິດທາງໃນໄລຍະຈະມາເຖິງ.
 ທ່ານ ຫງວຽນບາຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ກ່າວຄໍາເຫັນທີ່ການໂອ້ລົມ (ພາບ: TTXVN)

ທ່ານ ຫງວຽນບາຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ໄດ້ແຈ້ງໃຫ້ຊາບ ບາງການຂໍ້ກຳນົດທິດໃຫຍ່ທີ່ອາດຈະປະຕິບັດໃນໄລຍະຈະມາເຖິງ, ເມື່ອລັດຖະບານສອງຝ່າຍປະຕິບັດການຜ່ອນຜັນບາງກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ອະນຸຍາດເປີດການເຊື່ອມຕໍ່ສາຍການບິນລະຫວ່າງສອງປະເທດ ຫວຽດນາມ-ລາວ, ເປີດບັນດາດ່ານຊາຍແດນສາກົນຄືນໃໝ່ອະນຸຍາດໃຫ້ພົນລະເມືອງສອງປະເທດໄດ້ໄປມາເພື່ອທຳມາຫາກິນດຳເນີນທຸລະກິດ. ທ່ານ ຫງວຽນບາຮຸ່ງຖືວ່າ:

ໃນໄລຍະຄວາມຫຍຸ້ງຍາກຄືໃນປະຈຸບັນ, ການໜູນຊ່ວຍຊຶ່ງກັນແລະກັນໃນສະມາຄົມວິສາຫະກິດແມ່ນມີຄວາມໝາຍສຳຄັນທີ່ສຸດ. ເພີ່ມທະວີຄວາມສາມັກຄີ ແລະ ໜູນຊ່ວຍຊຶ່ງກັນແລະກັນ, ແບ່ງປັນຂໍ້ມູນຂ່າວສານ, ບົດຮຽນ; ປ່ຽນແບບວິການຄຸ້ມຄອງການເຄື່ອນໄຫວຂອງວິສາຫະກິດ, ຍາດແຍ່ງບັນດາຜົນປະໂຫຍດຈາກການປະຕິວັດ 4.0, ພື້ນຖານເສດຖະກິດດີຈີຕອນທີ່ພວມດຳເນີນ. ກ່ຽວກັບໄລຍະກາງ ແລະ ໄລຍະຍາວ, ເມື່ອ ລາວ ປະຕິບັດສຳເລັດການເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມຕາມແລວ ເໜືອ-ໃຕ້ ແລະ ຕາເວັນອອກ-ຕາເວັນຕົກ, ເຊື່ອມຕໍ່ ຈີ່ນ-ລາວ-ຫວຽດນາມ ແລະ ໄທ ແລ້ວກໍຈະເປີດໂອກາດຫຼາຍຢ່າງເພື່ອການລົງທຶນດຳເນີນທຸລະກິດໃໝ່. ເພາະສະນັ້ນ, ບັນດາວິສາຫະກິດຕ້ອງມີການກະກຽມ.”

ກໍ່ຢູ່ທີ່ການໂອ້ລົມສົນທະນາ, ຜູ້ຕາງໜ້າຂອງບັນດາວິສາຫະກິດ ຫວຽດນາມ ໄດ້ມີຂໍ້ສະເໜີລັດຖະບານ ລາວ ໃຫ້ແກ້ໄຂຄວາມຫຍຸ້ງຍາກກ່ຽວກັບການຂົນສົ່ງສິນຄ້າ; ເຄົາລົບ ແລະ ປະຕິບັດຕາມບັນດາສັນຍາທີ່ໄດ້ລົງນາມ; ບັນດາທະນາຄານຄວມມີນະໂຍບາຍແລກປ່ຽນ ເງິນຕາຕ່າງປະເທດ ໃຫ້ແກ່ຜູ້ອອກແຮງງານ ແລະ ວິສາຫະກິດ.

(ເວິນທຽງ, ແກ໋ງແທ່ງ/ ນັກຂ່າວ VOV ປະຈຳ ລາວ)

 

TAG
VOV/VOVworld/ລາວ/ວິສາຫະກິດ/ຜົນກະທົບ/ໂລກ​ລະ​ບາດ​ໂຄວິດ-19

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ