logo

ຜົນກະທົບຢ່າງຕັ້ງຫນ້າຈາກ EVFTA ຕໍ່ການສົ່ງອອກສິນໃນນ້ຳຂອງຫວຽດນາມ

2021/8/31 | 09:52:12

(VOVWORLD) - ວັນທີ 1 ສິງຫາຜ່ານມາແມ່ນຄົບຮອບ 1 ປີ ສັນຍາການຄ້າເສລີລະຫວ່າງຫວຽດນາມແລະອີຢູ (EVFTA) ມີຜົນສັກສິດຢ່າງເປັນທາງການ. ໃນຫນຶ່ງປີຜ່ານມາຫລາຍຂະແຫນງສິນຄ້າ, ຂົງເຂດຂອງພື້ນຖານເສດຖະກິດໄດ້ໝູນໃຊ້ສັນຍາເປັນຢ່າງດີ, ໃນນັ້ນມີການສົ່ງອອກສິນໃນນ້ຳ.

ການສົ່ງອອກສິນໃນນ້ຳໄປຍັງ ອີຢູ ເພີ່ມຂຶ້ນ ຍ້ອນມີທ່າໄດ້ປຽບຈາກສັນຍາ EVFTA.(ພາບປະກອບ:VASEP)

ຕາມສະຫະສະມາຄົມປຸງແຕ່ງແລະສົ່ງອອກສິນໃນນ້ຳຫວຽດນາມ (VASEP) ແລ້ວ,ໃນ 6 ເດືອນຕົ້ນປີ 2021, ການສົ່ງອອກສິນໃນນ້ຳໄປຍັງຕະຫລາດອີຢູບັນລຸກວ່າ 486 ລ້ານUSD, ເພີ່ມຂຶ້ນ 20% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນການສົ່ງອອກບັນດາຜະລິດຕະພັນສິນໃນນ້ຳເພີ່ມຂຶ້ນ 24% ບັນລຸໄດ້ 154 ລ້ານUSD, ສິນໃນນ້ຳປູກລ້ຽງເອງແມ່ນເພີ່ມຂຶ້ນ 18% ບັນລຸ 333 ລ້ານUSD. ຍ້ອນເຫດນັ້ນອີຢູປະຈຸບັນກາຍເປັນຕະຫລາດສົ່ງອອກສິນໃນນ້ຳໃຫຍ່ອັນດັບ 4 ຂອງຫວຽດນາມ, ຖັດຈາກອາເມລິກາ, ຍີ່ປຸ່ນ, ຈີນ, ກວມເອົາອັດຕາສ່ວນປະລິມານ 11%. ທ່ານ ເລືອງຮ່ວາງທາຍ, ຫົວຫນ້າກົມການຄ້າຫລາຍຝ່າຍ, ກະຊວງອຸດສາຫະກຳການຄ້າໄດ້ໃຫ້ຂໍ້ສັງເກດວ່າ: ສິນໃນນ້ຳແມ່ນຫນຶ່ງໃນບັນດາປະເພດສິນຄ້າຂຸດຄົ້ນບັນດາກາລະໂອກາດຈາກສັນຍາ EVFTA ດີທີ່ສຸດ.

“ສິນໃນນ້ຳແມ່ນຂະແຫນງມີມູນຄ່າເພີ່ມສູງທີ່ສຸດແລະແມ່ນຂະແຫນງຊ່ວຍໃຫ້ພວກເຮົາຫັນປ່ຽນອົງປະກອບການສົ່ງອອກ. ໃນ 6 ເດືອນຂອງປີທຳອິດທີ່ປະຕິບັດສັນຍາEVFTA, ຂະແຫນງສິນໃນນ້ຳໄດ້ຍາດແຍ່ງກາລະໂອກາດບັນລຸໄດ້ກວ່າ 70% ເມື່ອທຽບໃສ່ຍອດວົງເງິນສົ່ງອອກຂອງຫວຽດນາມໄປຍັງຕະຫລາດອີຢູ”

         ກໍ່ມີຂໍ້ສັງເກດເຊັ່ນດຽວກັນ, ທ່ານຫງວຽນຮ່ວາຍນາມຮອງເລຂາທິການໃຫຍ່ VASEP ເນັ້ນຫນັກວ່າ: ໃນສະພາບການ “ບັດເຫລືອງ” IUU ຂອງເອີລົບຍັງບໍ່ທັນຍົກເລີກເທື່ອແລະຖືກຜົນກະທົບບໍ່ແມ່ນຫນ້ອຍຈາກໂລກລະບາດໂຄວິດ -19, ການສົ່ງອອກສິນໃນນ້ຳໄປຍັງຕະຫລາດເອີລົບຍັງຄົງເພີ່ມຂຶ້ນຢ່າງແຮງໃນໄລຍະຜ່ານມາຍ້ອນໄດ້ໝູນໃຊ້ສັນຍາ EVFTA ເປັນຢ່າງດີ. ເວົ້າອີກຢ່າງໜຶ່ງ, EVFTA ໄດ້ສົ່ງຜົນກະທົບຢ່າງຕັ້ງຫນ້າເຖິງຂົງເຂດນີ້. ທ່ານຫງວຽນຮ່ວາຍນາມຖືວ່າ:

 “ເປັນທີ່ຈະແຈ້ງແລ້ວວ່າຜົນກະທົບຂອງສັນຍາ EVFTA ແມ່ນໃຫຍ່ຫລວງທີ່ສຸດເພາະວ່າບັນດາໝວດສິນຄ້າຫລັກແຫລ່ງຂອງຫວຽດນາມສ່ວນຫລາຍໄດ້ຊົມໃຊ້ອັດຕາພາສີ 0% ນັບແຕ່ເມື່ອສັນຍາມີຜົນສັກສິດ. ສິ່ງນີ້ໄດ້ຊ່ວຍພວກເຮົາໃນສະພາບທີ່ປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ 19 ແລະ “ບັດເຫລືອງ”ຂອງເອີລົບ”.

ອະທິບາຍລະອຽດກວ່າກ່ຽວກັບຜົນກະທົບຢ່າງຕັ້ງຫນ້າຂອງ EVFTA ຕໍ່ຂົງເຂດສົ່ງອອກສິນໃນນ້ຳ, ທ່ານຫງວຽນຮ່ວາຍນາມ ຮອງເລຂາທິການໃຫຍ່ VASEP ຢືນຢັນວ່າ: ສັນຍານີ້ ໄດ້ຊ່ວຍເພີ່ມທ່າໄດ້ປຽບການແກ້ງແຍ່ງຂອງຂະແຫນງສົ່ງອອກສິນໃນນ້ຳ ຫວຽດນາມຫລາຍພໍສົມຄວນຕໍ່ກັບບັນດາປະເທດຄູ່ແຂ່ງ. ແຕ່ວ່າເພື່ອມີທ່າໄດ້ປຽບນັ້ນຫວຽດນາມໄດ້ມີວິວັດການມານະພະຍາຍາມຢ່າງຍາວນານແລະການກະກຽມເພື່ອເຊື່ອມໂຍງ.

 ດ້ວຍພື້ນຖານທີ່ດີຊື່ງປະຊາຄົມວິສາຫະກິດສົ່ງອອກສິນໃນນ້ຳຫວຽດນາມໄດ້ສ້າງຂຶ້ນແລະມີເງື່ອນໄຂສະດວກຍ້ອນມີສັນຍາ EVFTA, ກາລະໂອກາດໃຫ້ແກ່ການສົ່ງອອກສິນໃນນ້ຳຂອງ ຫວຽດນາມໄປຍັງຕະຫລາດອີຢູຍັງມີຄວາມສາມາດບົ່ມຊ້ອນໃຫຍ່ຫລວງ. ສິ່ງນີ້ທັງຊ່ວຍເພີ່ມມູນຄ່າດ້ານເສດຖະກິດໂດຍກົງທັງມີຄຸນປະໂຫຍດຢັ້ງຢືນອິດທິພົນຊື່ສຽງທີ່ຕັ້ງຂອງປະເພດສິນຄ້າສິນໃນນ້ຳຂອງຫວຽດນາມເພື່ອໃຫ້ປະເພດສິນຄ້ານີ້ ນັບມື້ນັບສົ່ງອອກໄປໄກ ແລະ ເປີດກວ້າງເຖິງຫລາຍປະເທດໃນໂລກໃນອະນາຄົດ.

TAG
VOV/VOVworld/ສິນໃນນ້ຳ/ສາມາດບົ່ມຊ້ອນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ