logo

ຜັນຂະຫຍາຍນະໂຍບາຍສໍາລັບຜູ້ມີຄຸນງາມຄວາມດີ ທີ່ພວມດໍາລົງຊີວິດຢູ່ຕ່າງປະເທດ

2019/4/20 | 09:55:58
(VOVWORLD) -ວັນທີ 19 ເມສາ, ຢູ່ນະຄອນຫຼວງ ວຽງຈັນ, ປະເທດລາວ, ກົມນະໂຍບາຍ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ສົມທົບກັບ ສະຖານທູດຫວຽດນາມ ປະຈໍາ ລາວ ຈັດຕັ້ງກອງປະຊຸມຜັນຂະຫຍາຍປະຕິບັດລະບອບ, ນະໂຍບາຍ ສໍາລັບຊາວຫວຽດນາມ ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ ທີ່ພວມດໍາລົງຊີວິດຢູ່ຕ່າງປະເທດ ຕາມດໍາລັດຂອງລັດຖະບານ. 
 ທ່ານ ຫງວຽນບ໊າຫຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ  ລາວ ກ່າວຄໍາເຫັນທີ່ກອງປະຂຸມ (ພາບ: baophapluat.vn)

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງການເຜີຍແຜ່ບັນດາເນື້ອໃນຕົ້ນຕໍຂອງດໍາລັດສະບັບດັ່ງກ່າວ ແລະ ໄດ້ແນະນໍາລະອຽດ ໃຫ້ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ ທີ່ພວມດໍາລົງຊີວິດຢູ່ລາວ ກ່ຽວກັບວິທີການເຮັດສໍາເນົາເອກະສານຊົມໃຊ້ລະບອບດັ່ງກ່າວ; ວຽກງານສົມທົບກັນລະຫວ່າງບັນດາອົງການກ່ຽວຂ້ອງ, ລະຫວ່່າງສະຖານທູດຫວຽດນາມ, ສະຖານກົງສູນຢູ່ບັນດາເຂດພາກ ກັບບັນດາອົງການຂອງລັດ, ເຊິ່ງຫົວໜ່ວຍຮັບຜິດຊອບແມ່ນກົມນະໂຍບາຍ, ກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມໃນການຮັບ, ກວດກາສໍາເນົາເອກະສານ, ເພື່ອແນໃສ່ນໍາດໍາລັດສະບັບດັ່ງກ່າວເຂົ້າໃນຊີວິດຕົວຈິງ, ຕອບສະໜອງຄວາມມຸ່ງມາດປາດຖະໜາອັນຊອບທໍາຂອງຊາວຫວຽດນາມ ຂອງຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດທີ່ພວມດໍາລົງຊີວິດຢູ່ລາວ.


TAG
VOV/VOVworld/ຄຸນງາມຄວາມດີ/ສໍາເນົາເອກະສານ/ນະໂຍບາຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ