logo

ຜັນຂະຫຍາຍບັ້ນກໍ່ສ້າງເຮືອນຢູ່ໃຫ້ແກ່ປະຊາຊົນຜູ້ຖືກເສຍຫາຍຍ້ອນຝົນຕົກ, ນ້ຳຖ້ວມ

2025/12/3 | 10:07:44
(VOVWORLD) - ການນຳແຂວງ ເລິມດົ່ງ ຢືນຢັນວ່າ ຈະກໍ່ສ້າງເຮືອນຫຼັງໃໝ່ໃຫ້ແກ່ບັນດາຄອບຄົວມີເຮືອນ ຖືກພັງທະລາຍໃຫ້ສຳເລັດກ່ອນວັນທີ 15 ມັງກອນ 2026 ແລະ ປະຕິບັດການສ້ອມແປງເຮືອນເປ່ເພໃຫ້ສຳເລັດກ່ອນວັນທີ 20 ທັນວາ 2025.
(ທ່ານ ມາຍວັນຈິງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ການເຮັດວຽກກັບການນຳແຂວງ ເລິມດົ່ງ)

ຕອນເຊົ້າວັນທີ 03 ທັນວາ, ຢູ່ແຂວງ ເລິມດົ່ງ, ທ່ານ ມາຍວັນຈິງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມພິທີປຸກລະດົມບັ້ນກໍ່ສ້າງ, ສ້ອມແປງເຮືອນຢູ່ຢ່າງໄວທີ່ສຸດໃຫ້ແກ່ບັນດາຄອບຄົວມີເຮືອນເປ່ເພ, ຖືກພັງທະລາຍຍ້ອນໄພທຳມະຊາດ, ໂດຍຄະນະກຳມະການປະຊາຊົນແຂວງ ເລິມດົ່ງ ຈັດຂຶ້ນ. ນີ້ແມ່ນການເຄື່ອນໄຫວໃນຂອບເຂດໂຄງການກໍ່ສ້າງເຮືອນຢູ່ຢ່າງໄວທີ່ສຸດໃຫ້ແກ່ປະຊາຊົນຜູ້ຖືກເສຍຫາຍຍ້ອນໄພທຳມະຊາດ, ໂດຍທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ປຸກລະດົມ. ທີ່ພິທີ,  ການນຳແຂວງ ເລິມດົ່ງ ຢືນຢັນວ່າ ຈະກໍ່ສ້າງເຮືອນຫຼັງໃໝ່ໃຫ້ແກ່ບັນດາຄອບຄົວມີເຮືອນ ຖືກພັງທະລາຍໃຫ້ສຳເລັດກ່ອນວັນທີ 15 ມັງກອນ 2026 ແລະ ປະຕິບັດການສ້ອມແປງເຮືອນເປ່ເພໃຫ້ສຳເລັດກ່ອນວັນທີ 20 ທັນວາ 2025.

ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ມາຍວັນຈິງ  ແລະ ການນຳແຂວງ ເລິມດົ່ງ ໄດ້ມອບຂອງຂວັນ, ຢື້ຢາມຖາມຂ່າວ, ລະດົມກຳລັງໃຈບັນດາຄອບຄົວຖືກເສຍຫາຍຢ່າງໜັກຍ້ອນຝົນຕົກ, ນ້ຳຖ້ວມຢູ່ຕາແສງ ດຣານ…

TAG
VOV/VOVworld/ກໍ່​ສ້າງ/​ເຮືອນ​ຢູ່​/​ໄວ​ທີ່​ສຸດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ