logo

ຜັນຂະຫຍາຍບັນດາມາດຕະການສ້າງພື້ນຖານປ້ອງກັນຊາດທົ່ວປວງຊົນໃຫ້ໝັ້ນຄົງເຂັ້ມແຂງ, ທັນສະໄໝ ເປັນອັນລະອຽດ

2025/12/17 | 11:01:39
(VOVWORLD) - ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ສະເໜີໃຫ້ ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ສືບຕໍ່ຊາບຊຶມ, ປະຕິບັດແນວທາງການປ້ອງກັນຊາດທົ່ວປວງຊົນ, ສົງຄາມປະຊາຊົນ, ປົກປັກຮັກສາປະເທດຊາດໃນສະພາບການໃໝ່ຢ່າງເຂັ້ມງວດ
(ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ)

ຕອນເຊົ້າວັນທີ 17 ທັນວາ, ຢູ່ ຮ່າໂນ້ຍ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມການເມືອງທົ່ວກອງທັບ, ຕີລາຄາໝາກຜົນການຊີ້ນຳ, ນຳພາການປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດປີ 2025 ແລະ ຜັນຂະຫຍາຍໜ້າທີ່ດ້ານການທະຫານ, ການປ້ອງກັນຊາດປີ 2026. ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ສະເໜີໃຫ້ ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ສືບຕໍ່ຊາບຊຶມ, ປະຕິບັດແນວທາງການປ້ອງກັນຊາດທົ່ວປວງຊົນ, ສົງຄາມປະຊາຊົນ, ປົກປັກຮັກສາປະເທດຊາດໃນສະພາບການໃໝ່ຢ່າງເຂັ້ມງວດ, ມີປະສິດທິຜົນ; ສຸມໃສ່ສ້າງກອງທັບປະຕິວັດ, ເປັນກຳລັງຫຼວງ, ກະທັດລັດ, ຫັນເປັນທັນສະໄໝເທື່ອລະກ້າວ; ປ່ຽນແປງໃໝ່, ຍົກສູງຄຸນນະພາບການຝືກຊ້ອມ, ບຳລຸງສ້າງ, ສອດຄ່ອງກັບເງື່ອນໄຂຕໍ່ສູ້ໃໝ່; ປົກປັກຮັກສາເຂດນ່ານຟ້າ, ເຂດທະເລ, ຊາຍແດນ, ພາຍໃນປະເທດ, ທາງໄຊເບີ ແລະ ບໍລິເວນຈຸດສຸມ.

TAG
VOV/VOVworld/ຮັກ​ສາ​/ປະ​ເທດ​ຊາດ​/ເຂັ້ມ​ງວດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ