logo

ຜັນຂະຫຍາຍໂຄງການກໍ່ສ້າງໂຮງງານ ສ້ອມແປງກຳປັ່ນທະເລ Vinalines ທາງພາກໃຕ້.

2012/3/11 | 09:22:38
ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຮ່ວາງ​ຈູງ​ຫາຍ ຫາ​ກໍ​ມອບ​ໃຫ້​ກະຊວງ​ຄົມມະນາຄົມ​ຂົນ​ສູ່ົງ​ແນະນຳ​ໃຫ້​ບໍລິສັດ​ໃຫຍ່​ການ​ເດີນ​​ເຮືອທະ​ເລ​ຫວຽດນາມ ​ຜັນ​ຂະຫຍາຍ​ໂຄງການ​ລົງທຶນ​ກໍ່ສ້າງ​ໂຮງງານ​ສ້ອມ​ແປງ​ກຳ​ປັ່ນ​ທະ​ເລທາງ​ພາກ​ໃຕ້​ຫວຽດນາມ

(vovworld) - ​ໂຄງການ​ລົງທຶນ​ກໍ່ສ້າງ​ໂຮງງານ​ສ້ອມ​ແປງ​ກຳ​ປັ່ນ​ທະ​ເລ Vinalines ທາງ​ພາກ​ໃຕ້​ຫວຽດນາມ ຈະ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຮ່ວາງ​ຈູງ​ຫາຍ ຫາ​ກໍ​ມອບ​ໃຫ້​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ແນະນຳ​ໃຫ້​ບໍລິສັດ​ໃຫຍ່​ການ​ເດີນ​​ເຮືອທະ​ເລ​ຫວຽດນາມ ​ຜັນ​ຂະຫຍາຍ​ບັນຊີ​ລາຍ​ຊື່​ຫນ້າ​ວຽກ​ຂອງ​ໂຄງການ​ນີ້. ນີ້​ແມ່ນ​ໂຄງການ​ສຳຄັນ​ເພື່ອ​ຕອບ​ສະຫນອງ​ຄວາມ​ຕ້ອງການ​ສ້ອມ​ແປງ​ກຳ​ປັ່ນ​ຂອງ​ບໍລິສັດ​ໃຫຍ່​ການ​ເດີນ​ເຮ​ືອທະ​ເລ​ຫວຽດນາມ ​ເພື່​ອເປັນ​ເຈົ້າ​ການ​ໃນ​ແຜນການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ຍົກ​ສູງ​ປະສິດທິ​ຜົນ​ການ​ຂຸດ​ຄົ້ນ​ກຳ​ປັ່ນ​ຂອງ​ບໍລິສັດ​ໃຫຍ່​ການ​ເດີນ​ເຮືອ​ທະ​ເລ​ຫວຽດນາມ ​ແລະ ປະກອບສ່ວນ​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ຂອງ​ຂະ​ແຫນງ​ອຸດສາຫະກຳ​ສ້ອມ​ແປງ ​ແລະ ບໍລິການ​ດ້ານ​ເຕັກນິກ​ກຳ​ປັ່ນ​ຫວຽດນາມ. ​ໂຄງການ​ຍັງ​ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ຢ່າງ​ວ່ອງ​ໄວ​ຂອງ​ລະບົບ​ທ່າ​ກຳ​ປັ່ນ​ທະ​ເລ ​ແລະ ຂະ​ແຫນງ​ການ​ເດີນ​​ເຮືອ​ທະ​ເລ​ຫວຽດນາມ.

TAG
ສ້ອມແປງກຳປັ່ນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ