logo

ຜົ​ນ​ງານ​ດ້ານເສດ​ຖະ​ກິດ​ຂອງ ຫວຽດ​ນາມ ແມ່ນ​ພະ​ຍານຫຼັກ​ຖານ​ໃຫ້​ແກ່​ແນວ​ທາງ​ນຳ​ພາ​ອັນ​ຖືກ​ຕ້ອງ​ຂອງ​ພັກ​ກອມ​ມູ​ນິດ

2026/1/13 | 09:13:56
(VOVWORLD) - “ຜົນງານດ້ານເສດຖະກິດຂອງ ຫວຽດນາມ ແມ່ນພະຍານຫຼັກຖານໃຫ້ແກ່ແນວທາງນຳພາອັນຖືກຕ້ອງຂອງພັກກອມມູນິດ”. ສິ່ງດັ່ງກ່າວໂດຍທ່ານ Wulf Gallert, ຫົວໜ້າຄະນະພົວພັນຕ່າງປະເທດຂອງພັກຝ່າຍຊ້າຍ ເຢຍລະມັນ (Die Linke), ໃຫ້ຂໍ້ສັງເກດວ່າ ໃນການແລກປ່ຽນກັບນັກຂ່າວສຳນັກຂ່າວສານຢູ່ ເຢຍລະມັນ, ກ່ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ. 
ມູມໜຶ່ງຂອງນະຄອນ ໂຮ່ຈີມິນ (ພາບປະກອບ: TTXVN)

ເມື່ອເນັ້ນໜັກເຖິງຄວາມສຳຄັນຂອງກອງປະຊຸມໃຫຍ່ຄັ້ງທີ XIV ຈະມາເຖິງ, ທ່ານໃຫ້ຂໍ້ສັງເກດວ່າ ນີ້ແມ່ນເຫດການການເມືອງທີ່ມີຄວາມໝາຍພິເສດ. ກອງປະຊຸມໃຫຍ່ໄດ້ຮັບຄວາມຄາດຫວັງວ່າ ຈະວາງອອກບັນດານະໂຍບາຍຊີ້ຂາດໃໝ່, ຍູ້ແຮງວິວັດທະນາການພັດທະນາເສດຖະກິດ ແລະ ປັບປຸງວຽກງານການຈັດຕັ້ງໃຫ້ສົມບູນແບບ. ໃນອະນາຄົດ, ທ່ານຖືວ່າ ເລື່ອງຮັກສາວິວັດການປຶກສາຫາລືຢ່າງກວ້າງຂວາງ, ຮັບຟັງຄຳເຫັນຈາກປະຊາຊົນທຸກຊັ້ນວັນນະ, ພິເສດແມ່ນບຸກຄົນທີ່ສ້າງຄຸນຄ່າໂດຍກົງໃຫ້ແກ່ສັງຄົມ, ຈະແມ່ນຂໍ້ກຸນແຈເພື່ອໃຫ້ ຫວຽດນາມ ບັນລຸໄດ້ຜົນສຳເລັດຫຼາຍຢ່າງກວ່າອີກ. ສະແດງຄວາມເອກອ້າງທະນົງໃຈຕໍ່ນ້ຳໃຈມິດຕະພາບອັນເປັນມູນເຊື້ອທີ່ມີມາແຕ່ດົນນານລະຫວ່າງສອງພັກ ເຊິ່ງໄດ້ຮັບການເພີ່ມພູນຄູນສ້າງຜ່ານຫຼາຍທົດສະວັດນັ້ນ, ທ່ານ Wulf Gallert, ຫົວໜ້າຄະນະພົວພັນຕ່າງປະເທດຂອງພັກຝ່າຍຊ້າຍ ເຢຍລະມັນ ເນັ້ນໜັກວ່າ ສາຍພົວພັນລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກຝ່າຍຊ້າຍ ເຢຍລະມັນ ພວມຢູ່ໃນໄລຍະພັດທະນາທີ່ຈົບງາມທີ່ສຸດ; ທ່ານປາດຖະໜາວ່າ ສອງຝ່າຍຈະສືບຕໍ່ຮັກສາກົນໄກແລກປ່ຽນຢ່າງແໜ້ນແຟ້ນ, ຜ່ານນັ້ນ ຊ່ວຍປັບປຸງສາຍພົວພັນມິດຕະພາບບົນພື້ນຖານຜົນປະໂຫຍດລວມຂອງປະຊາຊົນສອງປະເທດ.

TAG
VOV/VOVworld/​ແນວ​ທາງ​ນຳ​ພາ​ອັນ​ຖືກ​ຕ້ອງ​ຂອງ​ພັກ​ກອມ​ມູ​ນິດ/​ຜົນ​ງານ​ເສດ​ຖະ​ກິດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ