logo

​ຜູ້​ມີ​ສິດເລືອກ​ຕັ້ງ​ກ່​ວາ 1,3 ລ້ານ​ຄົນ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ກ່ອນ​ເວ​ລາ​ກຳ​ນົດ

2025/11/10 | 09:51:45
(VOVWORLD) -  ອີຣັກ ໄດ້ເປີດບັນດາສະຖານທີ່ປ່ອນບັດເລືອກຕັ້ງກ່ອນເວລາກຳນົດ ໃຫ້ບັນດາກຳລັງປ້ອງກັນຄວາມໝັ້ນຄົງ ແລະ ຜູ້ຄົນຕ້ອງຍົກຍ້າຍ ພາຍໃນປະເທດ, ໃນຂອບເຂດການເລືອກຕັ້ງສະພາແຫ່ງຊາດຄາດວ່າຈະດຳເນີນໃນວັນທີ 11 ພະຈິກຈະມາເຖິງ. 

ວັນທີ 9 ພະຈິກ, ອີຣັກ ໄດ້ເປີດບັນດາສະຖານທີ່ປ່ອນບັດເລືອກຕັ້ງກ່ອນເວລາກຳນົດ ໃຫ້ບັນດາກຳລັງປ້ອງກັນຄວາມໝັ້ນຄົງ ແລະ ຜູ້ຄົນຕ້ອງຍົກຍ້າຍ ພາຍໃນປະເທດ, ໃນຂອບເຂດການເລືອກຕັ້ງສະພາແຫ່ງຊາດຄາດວ່າຈະດຳເນີນໃນວັນທີ 11 ພະຈິກຈະມາເຖິງ. ຕາມຄະນະກຳມະການເລືອກຕັ້ງສູງສຸດເອກະລາດແລ້ວ, ມີສະມາຊິກກຳລັງປ້ອງກັນຄວາມໝັ້ນຄົງກ່ວາ 1,3 ລ້ານຄົນ ແລະ ຜູ້ຕ້ອງຍົກຍ້າຍປະມານ 26.000 ຄົນ ມີເງື່ອນໄຂຢ່າງພຽງພໍໄດ້ໄປປ່ອນບັດກ່ອນກຳນົດ ຢູ່ສະຖານທີ່ປ່ອນບັດ 809 ແຫ່ງໃນທົ່ວປະເທດ. ບັນດາສະຖານທີ່ປ່ອນບັດເລືອກຕັ້ງໄດ້ເປີດປະຕູແຕ່ເວລາ 7ໂມງ00 ຂອງວັນທີ 9 ພະຈິກ ແລະ ປິດໃນເວລາ 18ໂມງ00 ຂອງວັນດຽວກັນ. ນີ້ແມ່ນໄລຍະເບື້ອງຕົ້ນຂອງການເລືອກຕັ້ງທົ່ວປະເທດ, ດ້ວຍຜູ້ອອກສະໝັກເລືອກຕັ້ງ 7.744 ຄົນ ເຂົ້າ 329 ບ່ອນນັ່ງໃນສະພາຜູ້ແທນປະຊາຊົນ, ໝາຍຄວາມວ່າ ສະພາແຫ່ງຊາດອີຣັກ.


TAG
VOV/VOVworld/ອີ​ຣານ/ການ​ເລືອກ​ຕັ້ງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ