logo

ຜູ້​ມີ​ສິ​ດ​ເລືອກ​ຕັ້ງ​ເຫັນ​ດີ​ຕໍ່​ສານ “ເວົ້າ​ໜ້ອຍ - ເຮັດຫຼາຍ - ເຮັດ​ຈົນ​ສຳ​ເລັດ​ຜົນ”

2026/1/21 | 11:09:37
(VOVWORLD) - ວິວັດການກະກຽມບັນດາເອກະສານຢ່າງພິຖີພິຖັນ, ພິເສດແມ່ນການຮັບເອົາຄຳເຫັນຢ່າງກວ້າງຂວາງຂອງປະຊາຊົນທຸກຊັ້ນວັນນະ ແມ່ນຈຸດສະແດງໃຫ້ເຫັນແຈ້ງຈິດໃຈປະຊາທິປະໄຕ, ຢາກຮູ້ຢາກເຫັນ, ຖື ພູມປັນຍາ ແລະ ສຽງເວົ້າຂອງປະຊາຊົນ ເປັນສຳຄັນໃນການວາງແຜນກຳນົດແນວທາງພັດທະນາປະເທດຊາດ.
ຜູ້ມີສິດເລືອກຕັ້ງ, ພະນັກງານ, ສະມາຊິກພັກ ແລະ ປະຊາຊົນແຂວງເຊີນລາ ມີຄວາມເຊື່ອໝັ້ນ ແລະ ຄວາມຄາດຫວັງຕໍ່ການຜັນຂະຫຍາຍບັນດາການກຳນົດທິດບຸກທະລຸຍຸດທະສາດຢ່າງແທ້ຈິງ (ພາບ: VOV)

ເມື່ອຕິດຕາມກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໃນບັນດາພາຫະນະສື່ມວນຊົນ, ຜູ້ມີສິດເລືອກຕັ້ງ, ພະນັກງານ, ສະມາຊິກພັກ ແລະ ປະຊາຊົນແຂວງ ເຊີນລາ ໄດ້ສະແດງຄວາມສົນໃຈເປັນພິເສດ ແລະ ຕີລາຄາສູງບັນດາສານສຳຄັນທີ່ໄດ້ສົ່ງໄປ, ໃນນັ້ນມີສານ “ເວົ້າໜ້ອຍ - ເຮັດຫຼາຍ - ເຮັດຈົນສຳເລັດຜົນ” ເຮັດໃຫ້ຜູ້ມີສິດເລືອກຕັ້ງເຫັນດີເປັນເອກະພາບຢ່າງສູງ. ທ່ານ ຫງວຽນຕວັນແອັງ, ເລຂາພັກຕາແສງ ຈ່ຽງຊູງ, ແຂວງ ເຊີນລາ ໃຫ້ຮູ້ວ່າ:          

ເຮັດຫຼາຍແມ່ນການກະທຳແທ້ຈິງ, ກິ້ງເກືອກເຂົ້າໃນບັນດາວຽກງານທີ່ຍາກ ແລະ ເຮັດຈົນສຳເລັດແມ່ນປັດໄຈທີ່ເຮັດໃຫ້ຂ້າພະເຈົ້າຮູ້ສຶກຈັບໃຈທີ່ສຸດ. ເຮັດຈົນສຳເລັດແມ່ນຄວາມຮັບຜິດຊອບ, ແມ່ນກຽດຂອງສະມາຊິກພັກຕໍ່ກັບປະຊາຊົນ. ສານຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ໄດ້ເຕື້ອງຖືກຈຸດອຸດຕັນໃນຂອດທີ່ຈັດຕັ້ງປະຕິບັດມາແຕ່ດົນນານແລ້ວ. ນັ້ນແມ່ນເຂັມຊີ້ທິດເພື່ອໃຫ້ພວກຂ້າພະເຈົ້າປັບປຸງວິຖີໃນການເຮັດວຽກຄືນໃໝ່ ຕ້ອງມີວິໄນກວ່າ, ຕົວຈິງກວ່າ ແລະ ມີປະສິດທິຜົນກວ່າ.

ຕາມຜູ້ມີສິດເລືອກຕັ້ງ ເຊີນລາ ແລ້ວ, ວິວັດການກະກຽມບັນດາເອກະສານຢ່າງພິຖີພິຖັນ, ພິເສດແມ່ນການຮັບເອົາຄຳເຫັນຢ່າງກວ້າງຂວາງຂອງປະຊາຊົນທຸກຊັ້ນວັນນະ ແມ່ນຈຸດສະແດງໃຫ້ເຫັນແຈ້ງຈິດໃຈປະຊາທິປະໄຕ, ຢາກຮູ້ຢາກເຫັນ, ຖື ພູມປັນຍາ ແລະ ສຽງເວົ້າຂອງປະຊາຊົນ ເປັນສຳຄັນໃນການວາງແຜນກຳນົດແນວທາງພັດທະນາປະເທດຊາດ.

TAG
VOV/VOVworld/ປະ​ຊາ​ຊົນ/ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV/ພັກກອມມູນິດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ