logo

ຜ​ູ້​ມີ​ສິດ​ເລືອກ​ຕັ້ງ ແຂວງ ກວ໋າງ​ນິງ ສະ​ເໜີ​ຕໍ່ສະ​ພາ​ແຫ່ງ​ຊາດຫຼາຍ​ເນື້ອ​ໃນ​ສຳ​ຄັນ

2025/12/17 | 10:46:00
(VOVWORLD) - ທີ່ການພົບປະ, ບັນດາຜູ້ມີສິດເລືອກຕັ້ງໄດ້ຕີລາຄາສູງບັນດາການປະກອບສ່ວນຂອງຄະນະສະມາຊິກສະພາແຫ່ງຊາດແຂວງ ກວ໋າງນິງ ຢູ່ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ XV. 
ຜູ້ມີສິດເລືອກຕັ້ງແຂວງກວ໋າງນິງສະເໜີຫຼາຍເນື້ອໃນກັບ ສະມາຊິກສະພາແຫ່ງຊາດ (ພາບ: VOV)

 

 ຕອນເຊົ້າວັນທີ 17 ທັນວາ, ຄະນະສະມາຊິກສະພາແຫ່ງຊາດແຂວງ ກວ໋າງນິງ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງພາຍຫຼັງກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ຕາມຮູບແບບເຊິ່ງໜ້າ ສົມທົບແບບທາງໄກ ຈາກສະຖານທີ່ເຊື່ອມຕໍ່ຂັ້ນແຂວງ ກັບ 53 ຈຸດເຊື່ອມຕໍ່ບັນດາຕາແສງ, ເຂດພິເສດໃນບໍລິເວນແຂວງ.

ທີ່ການພົບປະ, ບັນດາຜູ້ມີສິດເລືອກຕັ້ງໄດ້ຕີລາຄາສູງບັນດາການປະກອບສ່ວນຂອງຄະນະສະມາຊິກສະພາແຫ່ງຊາດແຂວງ ກວ໋າງນິງ ຢູ່ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ XV. ພ້ອມທັງສະເໜີຫຼາຍເນື້ອໃນສຳຄັນຄື: ລະບອບເງິນເດືອນສຳລັບພະນັກງານ, ລັດຖະກອນຂັ້ນຕາແສງພາຍຫຼັງໂຮມເຂົ້າ; ພັດທະນາອຸດສາຫະກຳວັດທະນະທຳ ແລະ ເສດຖະກິດເຂດມໍລະດົກ, ຜູ້ມີສິດເລືອກຕັ້ງປາດຖະໜາໃຫ້ສະພາແຫ່ງຊາດ ພິຈາລະນາປະກາດໃຊ້ມະຕິວ່າດ້ວຍກົນໄກ, ນະໂຍບາຍພິເສດສະເພາະ ສ້າງແລວນິຕິກຳ ແລະ ແຫຼ່ງກຳລັງກ່ຽວກັບທີ່ດິນ, ການລົງທຶນ, ການເງິນ - ງົບປະມານແຫ່ງລັດ, ພາສີ, ບຸລິມະສິດການກູ້ຢືນເງິນ ແລະ ເຊົ່າດິນ, ເພື່ອແນໃສ່ຊຸກຍູ້ວິສາຫະກິດມາລົງທຶນພັດທະນາບັນດາຜະລິດຕະພັນ, ການບໍລິການວັດທະນະທຳ ນັບແຕ່ຂັ້ນຕອນການຜະລິດຈົນຮອດການບໍລິໂພກ…ທີ່ການພົບປະ, ການນຳແຂວງ ກວ໋າງນິງ ກໍ່ເນັ້ນໜັກວ່າທາງແຂວງໄດ້ສ້າງແຜນການເຕີບໂຕໃນປີ 2026 ດ້ວຍຄວາມຕັດສິນໃຈຢ່າງສູງ, ພະຍາຍາມຫັນປ່ຽນໂຄງປະກອບຕາມທິດມີຄຸນນະພາບ, ຖືວິທະຍາສາດ - ເຕັກໂນໂລຢີ ແລະ ການຫັນເປັນດີຈີຕອນ ເປັນກຳລັງໜູນຍົກສູງສະມັດຕະພາບ, ກຳລັງແກ້ງແຍ້ງ, ຫັນເປົ້າໝາຍການເຕີບໂຕໃຫ້ປະກົດຜົນເປັນຈິງ.

TAG
VOV/VOVworld/ແຂວງກວ໋າງ​ນິງ/ສະ​ພາ​ແຫ່ງ​ຊາດ/ຜູ້​ມີ​ສິດ​ເລືອກ​ຕັ້ງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ