logo

ຜູ້ອຳນວຍການໃຫຍ່ IMF: ເສດຖະກິດໂລກດີກວ່າການຄາດຄະເນ

2025/10/9 | 08:58:56
(VOVWORLD) - ພື້ນຖານເສດຖະກິດໂລກພວມ “ດີກວ່າຄວາມວິຕົກກັງວົນ, ແຕ່ກໍບໍ່ດີກວ່າລະດັບທີ່ພວກເຮົາຕ້ອງການ”.
ສຳນັກງານກອງທຶນເງິນຕາສາກົນ
(ພາບປະກອບ: THX/TTXVN)

        ວັນທີ 08 ຕຸລາ, ຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (IMF) ໃຫ້ຂໍ້ສັງເກດວ່າ ພື້ນຖານເສດຖະກິດທົ່ວໂລກພວມເຄື່ອນໄຫວເປັນຢ່າງດີກວ່າການຄາດຄະເນ, ນັບທັງເມື່ອຕ້ອງປະເຊີນໜ້າກັບຄວາມຂາດສະຖຽນລະພາບທີ່ແກ່ຍາວ ແລະ ແງ່ຫວັງການເຕີບໂຕໄລຍະກາງທີ່ບໍ່ມີຄວາມປະເອີບໃຈ.

        ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວຢູ່ ວໍຊິງຕັນ, ອາເມລິກາ, ທ່ານນາງ Kristalina Georgieva ຜູ້ອຳນວຍການໃຫຍ່ IMF ຊີ້ແຈ້ງວ່າ ພື້ນຖານເສດຖະກິດໂລກພວມ “ດີກວ່າຄວາມວິຕົກກັງວົນ, ແຕ່ກໍບໍ່ດີກວ່າລະດັບທີ່ພວກເຮົາຕ້ອງການ”. ທ່ານນາງໃຫ້ຮູ້ຕື່ມອີກວ່າ ປະຈຸບັນ IMF ຄາດວ່າລະດັບເຕີບໂຕທົ່ວໂລກພຽງແຕ່ຊັກຊ້າລົງໜ້ອຍໜຶ່ງໃນປີນີ້ ແລະ ປີຕໍ່ໄປ, ດ້ວຍການເຕີບໂຕຮັກສາຢູ່ລະດັບປະມານ 3% ໃນໄລຍະກາງ, ຍ້ອນບັນດາເງື່ອນໄຂທີ່ດີກວ່າການຄາດຄະເນຢູ່ ອາເມລິກາ, ປະເທດພັດທະນາຈຳນວນໜຶ່ງ ພ້ອມກັບບັນດາຕະຫຼາດຫາກໍ່ພົ້ນເດັນ ແລະ ພວມພັດທະນາອື່ນໆ.

TAG
VOV/VOVworld/ວິ​ຕົກ​ກັງ​ວົນ/ລະ​ດັບ/​ເຕີບ​ໂຕ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ