ທ່ານ ໂດຕຽນຊີ ຜູ້ອຳນວຍການໃຫຍ່ VOV ໄດ້ຮັບການເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XIV (ພາບ: VOV) |
ທ່ານໂດຕຽນຊີ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ແມ່ນໜຶ່ງໃນຈຳນວນກຳມະການສົມບູນຄະນະບໍລິຫານງານສູນກາງພັກສະໄໝທີ XIV 180 ທ່ານ.
ທ່ານໂດຕຽນຊີ ເກີດວັນທີ 2 ພະຈິກ 1965, ບ້ານເກີດ ແຂວງຮຶງອຽນ. ທ່ານມີລະດັບການສຶກສາປະລິນຍາໂທ ຂະແໜງບໍລິຫານທຸລະກິດ, ປະລິນຍາຕີຂະແໜງຄູຄະນິດສາດ, ປະລິນຍາຕີທິດສະດີການເມືອງ.
ທ່ານໂດຕຽນຊີ ແມ່ນກຳມະການສູນກາງພັກສະໄໝທີ XII, XIII, XIV; ສະມາຊິກສະພາແຫ່ງຊາດຊຸດທີ XIV, XV.
ທ່ານໂດຕຽນຊີ ແມ່ນກຳມະການສູນກາງພັກສະໄໝທີ XII, XIII, XIV; ສະມາຊິກສະພາແຫ່ງຊາດຊຸດທີ XIV, XV (ພາບ: VOV) |
ໃນໄລຍະປະຕິບັດງານຢູ່ແຂວງ ຮຶງອຽນ, ທ່ານໂດຕຽນຊີ ເຄີຍດຳລົງຫຼາຍຕຳແໜ່ງຄື: ເລຂາອົງຄະນະພັກເມືອງ ວັນເລິມ, ຮອງຫົວໜ້າຄະນະຈັດຕັ້ງຄະນະພັກແຂວງ, ຫົວໜ້າຄະນະຂົນຂວາຍປະຊາຊົນແຂວງ ທັງເປັນປະທານສະມາຄົມວັນຄະນະດີສິລະປະແຂວງ, ຮອງເລຂາຄະນະພັກແຂວງ, ຮອງເລຂາຜູ້ປະຈຳການຄະນະພັກແຂວງ, ເລຂາຄະນະພັກແຂວງ ຮຶງອຽນ.
ເດືອນມິຖຸນາ 2021, ນາຍົກລັດຖະມົນຕີ ໄດ້ມີຂໍ້ຕົກລົງແຕ່ງຕັງທ່ານ ໂດຕຽນຊີ ດຳລົງຕຳແໜ່ງຜູ້ອຳນວຍການໃຫຍ່ VOV.




