logo

ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານ Vinamilk ໄດ້ຮັບການເຊີດຊູຢູ່ອາຊີ

2012/5/14 | 06:56:50
ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານ Vinamilk ໄດ້ຮັບການເຊີດຊູຢູ່ອາຊີ

ທ່ານ​ນາງ Mai Kieu Lien, ຜູ້ອຳ​ນວຍການ​ໃຫຍ່ຝ່າຍ​ບໍລິຫານ Vinamilk
( ພາບຈາກອີນເຕີແນດ )


( vovworld ) –   ທ່ານ​ນາງ Mai Kieu Lien, ປະທານ​ສະພາບໍລິຫານ ທັງ​ເປັນຜູ້ອຳ​ນວຍການ​ໃຫຍ່ຝ່າຍ​ບໍ​ລິ​ຫານບໍລິສັດ​ຫຸ້ນ​ສ່ວນ​ນ້ຳ​ນົມ​ຫວຽດນາມ ( Vinamilk ), ຫາ​ກໍ​ໄດ້ຖືກ​ຈັດ​ເຂົ້າ​ບັນ​ຊີລາ​ຍຊື່ບັນດາ​ຜູ້ອຳ​ນວຍການວິ​ສາ​ຫະກິດ​ດີ​ທີ່​ສຸດ​ອາຊີ ​ໂດຍ​ວາລະສານ​ບໍລິຫານວິ​ສາ​ຫະກິດ​ອາຊີ ( Corporate Governance Asia Journal - ມີ​ສຳນັກງານ​ຕັ້ງ​ຢູ່​ຮ່ົງກົງ ) ຄັດ​ເລືອກ. ທ່ານ​ນາງ Mai Kieu Lien ​ເປັນ​ຜູ້ຕາງໜ້າ​ຫວຽດນາມ ພຽງ​ຜູ້​ດຽວ​ເຊິ່ງ​ໄດ້ຖືກ​ຈັດ​ເຂົ້າ​ບັນຊີ​ລາຍ​ຊື່​ດັ່ງກາວ. ພ້ອມ​ກັບ​ຜູ້​ຕາງໜ້າ​ຫວຽດນາມ, ບັນ​ດາ​ການ​ນຳ​ວິ​ສາ​ຫະກິດ​ນອນ​ໃນ​ບັນຊີ​ລາຍ​ຊື່​​ໄດ້​ຮັບ​ການເຊີດ​ຊູ​ຄັ້ງ​ນີ້​​ແມ່ນ​ມາ​ຈາກ​ ຈີນ, ຟີ​ລິບ​ປີນ, ​ໄຕ​ວັນ, ອີນ​ໂດ​ເນ​ຊີ​ອາ, ອີນ​ເດຍ, ສ.​ເກົາ​ຫຼີ… ​ເຊິ່ງ​ໄດ້ຮັບ​ການ​ຕີ​ລາຄາ​ວ່າ​ ໄດ້​ນຳ​ວິ​ສາ​ຫະກິດ​ຂອງ​ຕົນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ໃນ​ວິ​ກິດ​ການ​ເສດຖະກິດ​ທົ່ວ​ໂລກ​​ເຊິ່ງພວມ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າທາຍ​ຫຼາຍ​ຢ່າງ ​ແລະ ນຳ​ວິ​ສາ​ຫະກິດ​ພັດທະນາ​ຢ່າງ​ແຮງ. ພິທີ​ມອບ​ລາງວັນ​ຈະ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 20/6 ທີ່​ຈະ​ມາ​ເຖິງຢູ່​ຮ່ົງກົງ, ປະ​ເທດ​ຈີນ.

TAG
ບໍລິຫານ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ