logo

ຜູ້​ແທນ​ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກສະ​ໄໝ​ທີ XIV

2026/1/23 | 08:51:41
(VOVWORLD) - ກ່ອນໜ້ານັ້ນ, ວັນທີ 22 ມັງກອນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະໄໝທີ XIV ຂອງພັກໄດ້ເລືອກຕັ້ງຄະນະບໍລິຫານງານສູນກາງພັກ ສະໄໝທີ XIV ລວມມີ ກຳມະການ 200 ທ່ານ.
ບັນດາຜູ້ແທນລົງປະຊາມະຕິຮັບຮອງເອົາບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງເຂົ້າຄະນະບໍລິຫານງານສູນກາງພັກສະໄໝທີ XIV (ພາບ: TTXVN)

ຕອນເຊົ້າວັນທີ 23 ມັງກອນ, ທີ່ສຳນັກງານສູນກາງພັກກອມມູນິດ ຫວຽດນາມ, ຢູ່ນະຄອນຫຼວງ ຮ່າໂນ້ຍ, ຄະນະບໍລິຫານງານສູນກາງພັກສະໄໝທີ XIV ໄດ້ດຳເນີນກອງປະຊຸມຄັ້ງປະຖົມມະລຶກ, ເລືອກຕັ້ງ ກົມການເມືອງ, ຄະນະເລຂາທິການ, ເລຂາທິການໃຫຍ່, ກຳມະການມະການກວດກາສູນກາງ, ຫົວໜ້າຄະນະກວດກາສູນກາງ.

ກ່ອນໜ້ານັ້ນ, ວັນທີ 22 ມັງກອນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະໄໝທີ XIV ຂອງພັກໄດ້ເລືອກຕັ້ງຄະນະບໍລິຫານງານສູນກາງພັກ ສະໄໝທີ XIV ລວມມີ ກຳມະການ 200 ທ່ານ. ນີ້ແມ່ນບັນດາຜູ້ແທນດີເດັ່ນຂອງພັກ ກ່ຽວກັບຄຸນທາດການເມືອງ, ຄຸນສົມບັດ, ແບບແຜນການດຳລົງຊີວິດ, ລັກສະນະນຳໜ້າ, ເປັນແບບຢ່າງທີ່ດີ, ມີລັກລັກສະນະສ້າງສັນ, ລັກສະນະຕໍ່ສູ້, ລັກສະນະກະທຳ. ໂດຍປະກອບຄຳເຫັນກ່ຽວກັບຄະນະບໍລິຫານງານສູນກາງພັກສະໄໝທີ XIV, ທ່ານນາງ ດັ້ງບິກງອກ ຄະນະຜູ້ແທນແຂວງຝຸເຖາະກ່າວວ່າ:

ຂ້າພະເຈົ້າເຊື່ອໝັ້ນວ່າບັນດາສະຫາຍທີ່ໄດ້ຮັບການເລືອກຕັ້ງເຂົ້າຄະນະບໍລິຫານງານສູນກາງ ລ້ວນແຕ່ເຫັນໄດ້ບົດບາດຄວາມຮັບຜິດຊອບຂອງຕົນຕໍ່ພັກ, ຕໍ່ປະຊາຊົນຢ່າງຈະແຈ້ງ ແລະ ຕ້ອງມານະພະຍາຍາມຮ່ຳຮຽນ, ຍາມໃດກໍ່ພະຍາຍາມ ແລະ ອຸທິດສ່ວນເພື່ອການສ້າງສາປະເທດຊາດໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ.

TAG
VOV/VOVworld/​​ພັກສະ​ໄໝ​ທີ XIV/ກອງ​ປະ​ຊຸມ​ໃຫຍ່

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ