logo

ຝລັ່ງ ຈະສະໜອງລູກສອນໄຟ Aster ແລະ ເຮືອບິນ Mirage ໃຫ້ແກ່ ຢູແກຼນ ຕື່ມອີກ

2025/10/25 | 07:41:55
(VOVWORLD) - ປະຈຸບັນ, ຝລັ່ງ ໄດ້ມອບເຮືອບິນ Mirage 200 ຈຳນວນ 3 ລຳໃຫ້ແກ່ ຢູແກຼນ ແມ່ນໜຶ່ງໃນຈຳນວນ 6 ລຳທີ່ໃຫ້ຄຳໝັ້ນສັນຍາ, ເຖິງຢ່າງໃດກໍ່ຕາມຄວາມຄືບໜ້າໃນການມອບ - ຮັບຖືກຜົນສະທ້ອນຍ້ອນຄວາມຕ້ອງການບຳລຸງສ້າງໃຫ້ນັກບິນ ຢູແກຼນ.
ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແລະ ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky
(ພາບປະກອບ: REUTERS/Yves Herman)

ວັນທີ 24 ຕຸລາ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ຖະແຫຼງວ່າ ຈະສະໜອງ ລູກສອນໄຟ Aster ແລະ ເຮືອບິນ Mirage ໃຫ້ແກ່ ຢູແກຼນ ໃນຊຸມມື້ຈະມາເຖິງຕື່ມອີກ. ກ່າວຄຳເຫັນທີ່ກອງປະຊຸມຂອງ “ພັນທະມິດເຈດຕະນາດີ” - ເຕົ້າໂຮມ 26 ປະເທດສຳພັນທະມິດກັບ ກີແອັບ ໄດ້ຈັດຂຶ້ນຢູ່ ລອນດອນ, ໃນວັນທີ 24 ຕຸລາ, ທ່ານປະທານາທິບໍດີ Emmanuel Macron ກໍ່ຢືນຢັນຄືນຄວາມສຳຄັນຂອງເລື່ອງ ສືບຕໍ່ໜູນຊ່ວຍ ຢູແກຼນ ແລະ ຮັກສາຄວາມກົດດັນຕໍ່ ລັດເຊຍ.

ປະຈຸບັນ, ຝລັ່ງ ໄດ້ມອບເຮືອບິນ Mirage 200 ຈຳນວນ 3 ລຳໃຫ້ແກ່ ຢູແກຼນ ແມ່ນໜຶ່ງໃນຈຳນວນ 6 ລຳທີ່ໃຫ້ຄຳໝັ້ນສັນຍາ, ເຖິງຢ່າງໃດກໍ່ຕາມຄວາມຄືບໜ້າໃນການມອບ - ຮັບຖືກຜົນສະທ້ອນຍ້ອນຄວາມຕ້ອງການບຳລຸງສ້າງໃຫ້ນັກບິນ ຢູແກຼນ. ສິ່ງທີ່ໜ້າສົນໃຈ, ໜຶ່ງໃນຈຳນວນເຮືອບິນດັ່ງກ່າວ ຖືກຍິງຕົກໃນເດືອນ ກໍລະກົດ ທີ່ຜ່ານມາ. ປະຈຸບັນ, ລູກສອນໄຟ Aster 15 ແລະ 30 ຍັງໄດ້ເຄື່ອນໄຫວພ້ອມກັບລະບົບປ້ອງກັນອາກາດ SAMP/T MAMBA. ກໍທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer ກໍ່ຮຽກຮ້ອງໃຫ້ບັນດາສຳພັນທະມິດ “ມານະພະຍາຍາມກວ່າອີກ” ເພື່ອແນໃສ່ໜູນຊ່ວຍ ກີແອັບ.

TAG
VOV/VOVworld/​ຜົນ​ສະ​ທ້ອນ/​ບຳ​ລຸ​ງ​ສ້າງ/​ນັກ​ບິນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ