logo

ຝລັ່ງ ຊົມເຊີຍ ຫວຽດນາມ ເປັນເຈົ້າພາບຈັດພິທີເປີດລົງນາມສົນທິສັນຍາ ຮ່າໂນ້ຍ

2025/10/29 | 09:48:20
(VOVWORLD) - ແຈ້ງການຕີລາຄາວ່າ ສົນທິສັນຍາໄດ້ສະໜອງໃຫ້ ຝລັ່ງ, ສະຫະພາບ ເອີລົບ (ອີຢູ) ແລະ ບັນດາປະເທດລົງນາມ ມີຂອບເຂດການກະທຳລວມ ເພື່ອຮັບມືກັບບັນດາການກະທຳລະເມີດຂ້າມຊາຍແດນ, ຮຽກຮ້ອງການສົມທົບກັນປະກິຕິລິຍາ.
ກອງປະຊຸມຖະແຫຼງຂ່າວສາກົນພາຍຫຼັງສິ້ນສຸດພິທີເປີດການລົງນາມ
(ພາບປະກອບ: TTXVN)

        ວັນທີ 28 ຕຸລາ, ຄະນະຜູ້ຕາງໜ້າ ຝລັ່ງ ປະຈຳສະຫະປະຊາຊາດ ໄດ້ອອກແຈ້ງການຊົມເຊີຍເລື່ອງ ຫວຽດນາມ ເປັນເຈົ້າພາບຈັດພິທີເປີດການລົງນາມສົນທິສັນຍາຂອງສະຫະປະຊາຊາດວ່າດ້ວຍການຕ້ານອາດຊະຍາກຳທາງເຄືອນຂ່າຍອິນເຕີເນັດ (ສົນທິສັນຍາ ຮ່າໂນ້ຍ), ຈັດຂຶ້ນໃນວັນທີ 25 ຕຸລາ ຜ່ານມາ.

        ແຈ້ງການຕີລາຄາວ່າ ສົນທິສັນຍາໄດ້ສະໜອງໃຫ້ ຝລັ່ງ, ສະຫະພາບ ເອີລົບ (ອີຢູ) ແລະ ບັນດາປະເທດລົງນາມ ມີຂອບເຂດການກະທຳລວມ ເພື່ອຮັບມືກັບບັນດາການກະທຳລະເມີດຂ້າມຊາຍແດນ, ຮຽກຮ້ອງການສົມທົບກັນປະກິຕິລິຍາ. ຄະນະຜູ້ຕາງໜ້າຂອງ ຝລັ່ງ ຖືວ່າ ສົນທິສັນຍາອະນຸຍາດໃຫ້ອຳນາດການປົກຄອງບັນດາປະເທດ ສົມທົບກັນຢ່າງແໜ້ນແຟ້ນກວ່າໃນການແລກປ່ຽນຂໍ້ມູນຂ່າວສານ, ດຳເນີນການສືບສວນລວມ, ກໍຄື ສ້າງເງື່ອນໄຂໃຫ້ແກ່ການຈັບຕົວ, ສົ່ງຜູ້ຮ້າຍຂ້າມແດນ ແລະ ກ່າວຟ້ອງສານສຳລັບອາດຊະຍາກຳທາງອິນເຕີເນັດຢູ່ບໍ່ວ່າແຫ່ງໃດ. ຄະນະຜູ້ຕາງໜ້າ ຝລັ່ງ ເນັ້ນໜັກວ່າ ເລື່ອງຜັນຂະຫຍາຍສົນທິສັນຍາ ຮ່າໂນ້ຍ ໂດຍໄວ, ດ້ວຍການເຂົ້າຮ່ວມຂອງສັງຄົມພົນລະເຮືອນ ແລະ ເອກະຊົນ, ໄດ້ຮັບຖືແມ່ນແມ່ນປັດໃຈແກ່ນສານເພື່ອຮັບມືກັບບັນດາສິ່ງທ້າທາຍໂດຍອາດຊະຍາກຳທາງອິນເຕີເນັດວາງອອກຢ່າງມີປະສິດທິຜົນ.

TAG
VOV/VOVworld/ຜູ​້​ຮ້າຍ​/ຂ້າມ​ແດນ/ກ່າວ​ຟ້ອງ​ສານ​

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ