logo

ພັກ, ລັດ, ລັດ​ຖະ​ບານ ຫວຽດ​ນາມ ອວຍ​ພອນ​ການ​ສະຫຼອງວັນ​ຊາດ​ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ ຄົບ​ຮອບ 72 ປີ

2025/11/9 | 10:20:05
(VOVWORLD) - ພາຍໃຕ້ການປົກຄອງອັນສະຫຼາດສ່ອງໃສຂອງພະມະຫາກະສັດ Norodom Sihamoni, ຂອງສະພາສູງ, ສະພາແຫ່ງຊາດ ແລະ ລັດຖະບານລາຊະອານາຈັກ ກຳປູເຈຍ ໂດຍພັກປະຊາຊົນ ກຳປູເຈຍ,  ນຳໜ້າ ແມ່ນປະທານ Hun Sen ເປັນກຳລັງຫຼັກແຫຼ່ງ, ແນ່ນອນວ່າ ປະຊາຊົນ ກຳປູເຈຍ ຈະສືບຕໍ່ບັນລຸໄດ້ຜົນສຳເລັດໃໝ່, ຍິ່ງໃຫຍ່ກ່ວາອີກ

ເນື່ອງໃນໂອກາດສະຫຼອງວັນຊາດລາຊະອານາຈັກ ກຳປູເຈຍ ຄົບຮອບ 72 ປີ (9/11/1953-9/11/2025), ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ບັນດາສະຫາຍການນຳຫຼັກແຫຼ່ງຂອງ ຫວຽດນາມ ໄດ້ສົ່ງສານ, ຈົດໝາຍ ແລະ ກະຕ່າດອກໄມ້ອວຍພອນ ບັນດາຜົນສຳເລັດອັນຍິ່ງໃຫຍ່ ໃນບັນດາຂົງເຂດເຊິ່ງປະເທດ ແລະ ປະຊາຊົນ ກຳປູເຈຍ ບັນລຸໄດ້ໃນໄລຍະຜ່ານມາ ແລະ ເຊື່ອໝັ້ນວ່າພາຍໃຕ້ການປົກຄອງອັນສະຫຼາດສ່ອງໃສຂອງພະມະຫາກະສັດ Norodom Sihamoni, ຂອງສະພາສູງ, ສະພາແຫ່ງຊາດ ແລະ ລັດຖະບານລາຊະອານາຈັກ ກຳປູເຈຍ ໂດຍພັກປະຊາຊົນ ກຳປູເຈຍ,  ນຳໜ້າ ແມ່ນປະທານ Hun Sen ເປັນກຳລັງຫຼັກແຫຼ່ງ, ແນ່ນອນວ່າ ປະຊາຊົນ ກຳປູເຈຍ ຈະສືບຕໍ່ບັນລຸໄດ້ຜົນສຳເລັດໃໝ່, ຍິ່ງໃຫຍ່ກ່ວາອີກຫຼາຍຢ່າງ, ປະຕິບັດໂຄງການດຳເນີນງານຂອງພັກປະຊາຊົນ ກຳປູເຈຍໄລຍະ 2023 – 2028 ຢ່າງມີໄຊ, ສ້າງປະເທດ ກຳປູເຈຍ ໃຫ້ນັບມື້ນັບພັດທະນາ, ປະຊາຊົນ ກຳປູເຈຍ ມີການດຳລົງຊີວິດທີ່ອີ່ມໜຳສຳລານ, ສົມບູນພູມສຸກ.

TAG
VOV/VOVworld/ຫວຽດ​ນາມ/ກຳ​ປູ​ເຈຍ/ການ​ພົວ​ພັນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ