logo

ພັກ ແລະ ລັດ ລາວ ໄດ້ຈັດພິທີສະເຫຼີມສະຫຼອງ 135 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ

2025/5/22 | 07:56:34
(VOVWORLD) - ແນວຄິດ, ຄຸນສົມບັດ ແລະ ແບບຢ່າງປະຕິວັດຂອງປະທານ ໂຮ່ຈີມິນ ຍາມໃດກໍ່ຢູ່ໃນດວງໃຈຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນ ລາວ ທຸກລຸ້ນຄົນ
ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 405 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 33 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 23 ສະບັບຈາກທ່ານຜູ້ຟັງລາວ.
(ການນຳ ລາວ ຮັບຊົມຮູບເງົາເອກະສານກ່ຽວກັບປະທານ ໂຮ່ຈີມິນ)

ເພື່ອນ ສຸລິວົງ, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ໂທລະສັບມາຫາລາຍການພາກພາສາ ລາວ, ແບ່ງປັນຂໍ້ມູນດ້ວຍເນື້ອໃນທີ່ວ່າ: ວັນທີ 20 ພຶດສະພາ ຜ່ານມາ, ຢູ່ສຳນັກງານສູນກາງພັກປະຊາຊົນປະຕິວັດ ລາວ, ທີ່ນະຄອນຫຼວງ ວຽງຈັນ, ພັກ ແລະ ລັດ ລາວ ໄດ້ຈັດພິທີສະເຫຼີມສະຫຼອງ 135 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ ຜູ້ນຳທີ່ຍິ່ງໃຫຍ່ (19 ພຶດສະພາ 1890 – 19 ພຶດສະພາ 2025) ຂຶ້ນຢ່າງສົມກຽດ. ພິທີສະເຫຼີມສະຫຼອງໂດຍທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ເປັນປະທານ. ເຫດການໄດ້ດຳເນີນກ່ອນເວລາໄຂກອງປະຊຸມເທື່ອທີ 2 ຂອງກອງປະຊຸມຄົບຄະນະຄັ້ງທີ 10 ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ ຊຸດທີ 11. ກ່າວຄຳເຫັນທີ່ເຫດການ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ, ຢືນຢັນວ່າ ແນວຄິດ, ຄຸນສົມບັດ ແລະ ແບບຢ່າງປະຕິວັດຂອງປະທານ ໂຮ່ຈີມິນ ຍາມໃດກໍ່ຢູ່ໃນດວງໃຈຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນ ລາວ ທຸກລຸ້ນຄົນ; ແມ່ນແຫຼ່ງລະດົມກຳລັງໃຈຢ່າງໃຫຍ່ຫຼວງເພື່ອໃຫ້ 2 ປະເທດສືບຕໍ່ອະນຸລັກຮັກສາ, ເພີ່ມພູນຄູນສ້າງ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຢ່າງຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ລາວ - ຫວຽດນາມ ໃນໄລຍະໃໝ່.

ເພື່ອນ ຈັນແສງ ພິມມະສອນ, ເພື່ອນ ຄຳມີ ແລະ ຜູ້ຟັງຫຼາຍທ່ານໄດ້ໃຫ້ຄຳເຫັນໃນ fanpage Lao VOV5. ໃນນັ້ນ, ເພື່ອນ ທິດາ ກິດຈະເລີນ ໄດ້ຂຽນວ່າ: ໃນປະຫວັດສາດການພົວພັນສາກົນນັບແຕ່ກ່ອນມາຮອດປະຈຸບັນ, ສາຍພົວພັນພິເສດ ຫວຽດນາມ - ລາວ ແມ່ນສາຍພົວພັນທີ່ພົ້ນເດັ່ນ, ເປັນແບບຢ່າງ, ຫາຍາກລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ຊາດ ໃນການຕໍ່ສູ້ເພື່ອເອກະລາດຊົນຊາດ ແລະ ລັດທິສັງຄົມນິຍົມ. ຍາມໃດປະທານ ໂຮ່ຈີມິນ ກໍ່ເອົາໃຈໃສ່ຢ່າງເລິກເຊິ່ງກ່ຽວກັບບັນຫາໜູນຊ່ວຍກໍ່ສ້າງ ແລະ ພັດທະນາກຳລັງ, ເສີມຂະຫຍາຍຈິດໃຈເອກະລາດເປັນເຈົ້າການປະຕິວັດ ລາວ, ຖືການໜູນຊ່ວຍ ລາວ ທັງແມ່ນໜ້າທີີ່ຄວາມຮັບຜິດຊອບ, ທັງແມ່ນພັນທະ ແລະ ຖືນີ້ແມ່ນເນື້ອໃນສຳຄັນທີ່ສຸດຂອງຄວາມສາມັກຄີ ແລະ ຮ່ວມສຳພັນສູ້ຮົບ ຫວຽດນາມ - ລາວ. ເນື່ອງໃນໂອກາດ 135 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ, ອີກເທື່ອໜຶ່ງ, ພວກຂ້າພະເຈົ້າຢືນຢັນວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ນ້ຳໃຈສາມັກຄີພິເສດ ແລະ ການພົວພັນຮ່ວມມືຢ່າງຮອບດ້ານລະຫວ່າງ 2 ປະເທດ.

ເພື່ອນ ນີລະພອນ, ຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງອີເມວມາຫາລາຍການ, ສົ່ງຄຳອວຍພອນວັນເດັກສາກົນ 01 ມິຖຸນາ. ໃນອີເມວ ເພື່ອນແບ່ງປັນວ່າ: “ຂ້າພະເຈົ້າຮູ້ວ່າ, ອີກ 1 ອາທິດທີ່ຈະມາເຖິງນີ້ແມ່ນຮອດວັນເດັກສາກົນ 01 ມິຖຸນາ. ນີ້ກໍ່ແມ່ນໂອກາດເພື່ອເຊີດຊູ ແລະ ປົກປ້ອງສິດຜົນປະໂຫຍດຂອງເດັກ, ຕິດພັນຄອບຄົວ ແລະ ສັງຄົມ ໃນການເບິ່ງແຍງດູແລ ແລະ ພັດທະນາໃຫ້ແກ່ລຸ້ນໜຸ່ມ. ເນື່ອງໃນໂອກາດນີ້, ຂ້າພະເຈົ້າຂໍອວຍພອນໃຫ້ພວກນ້ອງເຍົາວະຊົນ, ອະນຸຊົນ ຫວຽດນາມ ຍາມໃດກໍ່ມີຄວາມເບີກບານມ່ວນຊື່ນ, ປະຕິບັດສຳເລັດການຮຽນດ້ວຍຜົນການຮຽນດີ, ປະກອບສ່ວນສ້າງສາປະເທດ ຫວຽດນາມ ໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ”.

ງານບຸນດ້ານຈິດວິນຍານ ເວຍບ່າແດນ, ຢູ່ເຂດພູ ບ່າແດນ, ຈະຈັດຂຶ້ນແຕ່ວັນທີ 30 ພຶດສະພາ - 01 ມິຖຸນາ
(ພາບປະກອບ: sungroup.com.vn)

ເພື່ອນ ອິນແກ້ວ ລາດຕະວົງ ໄດ້ສົ່ງອີເມວມາຫາລາຍການ ໃຫ້ຮູ້ວ່າ, ເພື່ອນໄດ້ຮັບຟັງຫຼາຍຄັ້ງກ່ຽວກັບສະຖານທີ່ທ່ອງທ່ຽວຫຼາຍແຫ່ງຂອງ ຫວຽດນາມ. ໃນໄລຍະຜ່ານມາ, ເພື່ອນກໍ່ໄດ້ຮັບຂ່າວວ່າຈະຈັດງານບຸນດ້ານຈິດວິນຍານ ເວຍບ່າແດນ, ຢູ່ເຂດພູ ບ່າແດນ (ແຂວງ ໄຕນິງ). ຜ່ານລາຍການພາກພາສາ ລາວ, ເພື່ອນຢາກຊອກຮູ້ຂໍ້ມູນຈຳນວນໜຶ່ງຂອງການເຄື່ອນໄຫວໃນງານບຸນດັ່ງກ່າວ.

ເພື່ອນ ອິນແກ້ວ ລາດຕະວົງ ທີ່ຮັກແພງ, ຖ້າຫາກວ່າ ແຂກທ່ອງທ່ຽວມາຢ້ຽມຢາມແຂວງ ໄຕນິງ ໃນໂອກາດຈັດງານບຸນດ້ານຈິດວິນຍານ ເວຍບ່າແດນ, ຢູ່ເຂດພູ ບ່າແດນ, ແຕ່ວັນທີ 30 ພຶດສະພາ - 01 ມິຖຸນາ ຈະມາເຖິງນີ້, ເພື່ອນສາມາດເຂົ້າຮ່ວມການຖະຫວາຍສັກກະລະບູຊາ, ຄົ້ນຫາຕະຫຼາດຂາຍໃບໄມ້, ໄຕ້ກະໂທງຖະຫວາຍ ພ້ອມກັບການເຄື່ອນໄຫວຫຼາຍຢ່າງອື່ນອີກ. ງານບຸນ ເວຍບ່າແດນ ໄດ້ຈັດຂຶ້ນຢ່າງສົມກຽດຢູ່ລະບົບວັດເຂດພູ ບ່າແດນ, ເພື່ອແນໃສ່ສະແດງຄວາມເຄົາລົບ ລິງເຊີນແທັງເມົາ (ພະແມ່ ລິງເຊີນ) - ເປັນເທວະດາປົກປ້ອງເຂດດິນແດນໃນເຂດ ໃນການດຳເນີນຊີວິດເຫຼື້ອມໄສເຊື່ອຖືຂອງປະຊາຊົນພາກໃຕ້ ຫວຽດນາມ. ປີນີ້, ງານບຸນ ເວຍບ່າແດນ ໄດ້ຈັດຂຶ້ນຢູ່ ລິງເຊີນຕຽນແທັກຕື້ ແລະ ວັງ ບ່າ - ຕັ້ງຢູ່ກາງພູ ບ່າແດນ (ໄຕນິງ). ແຂກທ່ອງທ່ຽວສາມາດຮັບຊົມບັນດາພິທີກຳທີ່ເປັນມູນເຊື້ອ, ຄື: ພິທີຫົດສົງ ບ່າ, ພິທີສວດມົນ, ພິທີຖະຫວາຍເຄື່ອງບູຊາ 10 ຢ່າງ (ດອກໄມ້, ໂຄມໄຟ, ຊາ…). ໂດຍໄດ້ດຳເນີນພາຍຫຼັງວັນບຸນວິສາຂະບູຊາ Vesak 2025, ງານບຸນ ເວຍບ່າ ກໍ່ແມ່ນໂອກາດເພື່ອໃຫ້ແຂກທ່ອງທ່ຽວມາສັກກະລະບູຊາຢ້ຽມຊົມບັນດາກິດຈະກຳວັດທະນະທຳດ້ານຈິດວິນຍານທີ່ພະມະຫາອາຈານ Phra Brahmapundit - ປະທານກຳມະການສາກົນ Vesak ສະຫະປະຊາຊາດ ເອີ້ນວ່າ “ບ່ອນພົບປະຂອງແດນສະຫວັນ ແລະ ໂລກມະນຸດ”. ໃນນັ້ນ, ມີສວນຕົ້ນໂພໂດຍພະເຖລານຸເຖລະນັບພັນອົງໃນທົ່ວໂລກປູກໃນໂອກາດວັນບຸນວິສາຂະບູຊາ Vesak. ນອກນັ້ນ, ແຂກທ່ອງທ່ຽວກໍ່ສາມາດໄປຄົ້ນຫາງານວາງສະແດງພາບແຕ້ມ/ພາບຖ່າຍດ້ວຍຫົວຂໍ້ກ່ຽວກັບພຸດທະສາສະໜາ; ເຂດວາງສະແດງໂຄມໄຟແຕ້ມດ້ວຍມື…

TAG
VOV/VOVworld/​ເອກະລາດ/ຊົນຊາດ/ເຂ​ດ​ພູ/ບ່າ​ແດນ/Vesak

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ