logo

ພັດທະ​ນາ​ນະ​ຄອນ​ເກິ່ນ​ເທີ​ໂດຍ​ໄວ, ຍື​ນ​ຍົງ, ທັນ​ສະໄໝ

2025/9/27 | 07:24:03
(VOVWORLD) - ອງປະຊຸມໃຫຍ່ມີຫົວຂໍ້ “ເສີມຂະຫຍາຍມູນເຊື້ອສາມັກຄີ, ກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງໃຫ້ປອດໄສ, ໝັ້ນຄົງຮອບດ້ານ, ລະດົມທຸກແຫຼ່ງກຳລັງ, ບຸກທະລຸ, ມີຫົດຄິດປະດິດສ້າງ, ເຊື່ອມໂຍງເຂົ້າກັບສາກົນ, ພັດທະນານະຄອນເກິ່ນເທີໂດຍໄວ, ຍືນຍົງ ແລະ ທັນສະໄໝ”.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິ້ນ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ (ພາບ: VOV)

ຕອນເຊົ້າວັນທີ 27 ກັນຍາ, ຢູ່ນະຄອນເກິ່ນເທີ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິ້ນ ໄດ້ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຄະນະພັກນະຄອນ ເກິ່ນເທີຄັ້ງທີ 1, ອາຍຸການ 2025 – 2030. ກອງປະຊຸມໃຫຍ່ມີຫົວຂໍ້ “ເສີມຂະຫຍາຍມູນເຊື້ອສາມັກຄີ, ກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງໃຫ້ປອດໄສ, ໝັ້ນຄົງຮອບດ້ານ, ລະດົມທຸກແຫຼ່ງກຳລັງ, ບຸກທະລຸ, ມີຫົດຄິດປະດິດສ້າງ, ເຊື່ອມໂຍງເຂົ້າກັບສາກົນ, ພັດທະນານະຄອນເກິ່ນເທີໂດຍໄວ, ຍືນຍົງ ແລະ ທັນສະໄໝ”.

ກ່າວຄຳເຫັນຊີ້ນຳຢູ່ກອງປະຊຸມໃຫຍ່, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ເນັ້ນໜັກວ່າ ນະຄອນເກິ່ນເທີຕ້ອງສຸມໃສ່ລະດັບສູງເພື່ອພັດທະນາເສດຖະກິດ, ເອົາໃຈໃສ່ເຖິງການເຊື່ອມຕໍ່ເຂດ; ເສີມຂະຫຍາຍທ່າໄດ້ປຽບກ່ຽວກັບສະໜາມບິນສາກົນ, ທ່າກຳປັ່ນ, ການເດີນເຮືອ, ເສັ້ນທາງຄວາມໄວສູງໂດຍໄວ, ຂຸດຄົ້ນສະຖານທີ່ພັດທະນາໃໝ່, ແກ້ໄຂຈຸດອຸດຕັນ… ນອກຈາກນັ້ນ, ນະຄອນຕ້ອງພັດທະນາທ່າແຮງໃນການທ່ອງທ່ຽວທີ່ເປັນເອກະລັກສະເພາະ, ໂຄສະນາເຄື່ອງໝາຍ “ເກິ່ນເທີ - ຕົວເມືອງເຂດແມ່ນ້ຳ”; ຂຸດຄົ້ນສີສັນວັດທະນະທຳແມ່ນ້ຳ, ກາຍເປັນສະຖານທີ່ນັດພົບສາກົນ.

TAG
VOV/VOVworld/ເກິ່ນເທີ/ຫວຽດ​ນາມ/ພັດ​ທະ​ນາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ