logo

ພັດທະນາອຸດສາຫະກຳປ້ອງກັນຊາດຕາມທິດທັນສະໄໝ, ມີເຕັກໂນໂລຊີສູງ ແລະ ມີຫຼາຍປະໂຫຍດ

2025/12/25 | 09:21:51
(VOVWORLD) -  ລະດົມທຸກພາກສ່ວນເສດຖະກິດ, ໃນນັ້ນມີເສດຖະກິດພາກເອກະຊົນເຂົ້າຮ່ວມການພັດທະນາອຸດສາຫະກຳປ້ອງກັນຊາດ, ໂດຍສະເພາະແມ່ນເຕັກໂນໂລຊີພື້ນຖານ, ເຕັກໂນໂລຊີແກ່ນສານ.
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ການເຮັດວຽກ)

        ຕອນບ່າຍວັນທີ 24 ທັນວາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານການເຮັດວຽກກັບກະຊວງປ້ອງກັນປະເທດ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ເພື່ອແນໃສ່ຜັນຂະຫຍາຍໜ້າທີ່ການທະຫານ, ການປ້ອງກັນຊາດປີ 2026, ໂດຍສະເພາະແມ່ນໜ້າທີ່ຈຸດສຸມການພັດທະນາອຸດສາຫະກຳປ້ອງກັນຊາດ.

        ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ ໃນໄລຍຈະມາເຖິງ, ສະພາບການໂລກສືບຕໍ່ມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ໃນສະພາບການນັ້ນ, ກອງທັບຕ້ອງຮັບປະກັນການຮັກສາເອກະລາດປະຊາທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນໄວ້ຢ່າງໝັ້ນຄົງ, ລວມມີອະທິປະໄຕເຂດດິນຕໍ່ແຜ່ນ, ເຂດທະເລ, ໝູ່ເກາະ, ທາງອາກາດ ແລະ ທາງໄຊເບີ. ທ່ານເນັ້ນໜັກວ່າ ຕ້ອງສືບຕໍ່ພັດທະນາອຸດສາຫະກຳປ້ອງກັນຊາດ; ພັດທະນາບັນດາອາວຸດຕາມທິດທັນສະໄໝ, ມີເຕັກໂນໂລຊີສູງ; ພັດທະນາຜະລິດຕະພັນທີ່ນຳໃຊ້ໃຫ້ທັງໜ້າທີ່ປ້ອງກັນຊາດ ແລະ ພົນລະເຮືອນ, ສືບຕໍ່ຜັນຂະຫຍາຍມະຕິເລກທີ 57 ຂອງກົມການເມືອງ, ບັນດາມະຕິຂອງລັດຖະບານ, ຄະນະພັກການທະຫານສູນກາງ ກ່ຽວກັບການພັດທະນາວິທະຍາສາດເຕັກໂນໂລຊີ ແລະ ອຸດສາຫະກຳການປ້ອງກັນຊາດໃຫ້ມີປະສິດທິຜົນ; ລະດົມທຸກພາກສ່ວນເສດຖະກິດ, ໃນນັ້ນມີເສດຖະກິດພາກເອກະຊົນເຂົ້າຮ່ວມການພັດທະນາອຸດສາຫະກຳປ້ອງກັນຊາດ, ໂດຍສະເພາະແມ່ນເຕັກໂນໂລຊີພື້ນຖານ, ເຕັກໂນໂລຊີແກ່ນສານ.

TAG
VOV/VOVworld/ອາ​ວຸດ/​ທັນ​ສະ​ໄໝ/​ເຕັກ​ໂນ​ໂລ​ຊ​ີ​ສູງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ