logo

ພິທີຊັກທຸງອາຊຽນຢູ່ ໂຮນລັງ

2018/8/9 | 09:07:26
(VOVWORLD) -ວັນທີ 8 ສິງຫາ, ສະຖານທູດຫວຽດນາມປະຈໍາໂຮນລັງ ໄດ້ຈັດຕັ້ງພິທີຊັກທຸງຂອງ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ເນື່ອງໃນໂອກາດ ສະເຫຼີມສະຫຼອງ  51 ປີ ແຫ່່ງວັນສ້າງຕັ້ງອາຊຽນ (8/8/1967 – 8/8/2018) ແລະ ຈັດຕັ້ງການພົບປະສັງສັນກັບສະຫະພັນແມ່ຍິງ ອາຊຽນ.

ກ່າວຄໍາເຫັນທີ່ພິທີໄຂ, ທ່ານ ຟ້າມຕວານທັ໋ງ,ຜູ້ຕາງໜ້າສະຖານທູດຫວຽດນາມ ປະຈໍາໂຮນລັງ ຢັ້ງຢືນວ່າ ນັບແຕ່ເມື່ອສ້າງຕັ້ງ ອາຊຽນ ມາຮອດປັດຈຸບັນ, ອາຊຽນ ແມ່ນອົງການຈັດຕັ້ງສວມບົດບາດສໍາຄັນ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະ ກະຕຸກຊຸກຍູ້ການຮ່ວມມື, ພັດທະນາໃນພາກພື້ນ, ສ້າງສະພາບແວດລ້ອມມີສະຖຽນລະພາບ ແລະ ການເຕີບໂຕດ້ານເສດຖະກິດ - ສັງຄົມ ໃຫ້ບັນດາປະເທດສະມາຊິກອາຊຽນ. ດ້ວຍຖານະເປັນສະມາຊິກຕັ້ງໜ້າຂອງອາຊຽນ, ຫວຽດນາມ ໃຫ້ຄໍາໝັ້ນສັນຍາວ່າ ຈະປະກອບສ່ວນເຂົ້າໃນການກໍ່ສ້າງປະຊາຄົມອາຊຽນທີ່ເປັນຈິດໜຶ່ງໃຈດຽວ, ເພີ່ມທະວີການຮ່ວມສໍາພັນ ແລະ ປັບປຸງນໍ້າໃຈສາມັກຄີ, ເພື່ອແນໃສ່ເສີມຂະຫຍາຍບົດບາດເປັນໃຈກາງຂອງ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້.

        ແລະກໍໃນວັນດຽວກັນ, ຢູ່ສໍານັກງານກະຊວງການຕ່າງປະເທດ ອາກຊັງຕີນ, ສະຖານທູດບັນດາປະເທດອາຊຽນ ປະຈໍາ ອາກຊັງຕີນ ກໍໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 51 ປີ ແຫ່ງວັນສ້າງຕັ້ງອາຊຽນ. ກ່າວຄໍາເຫັນທີ່ພິທີ, ທ່ານ Mohd Khalid Abbasi Abdul Razak ເອກອັກຄະລັດຖະທູດ ມາເລເຊຍ, ປະທານຄະນະກໍາມະການອາຊຽນ ປະຈໍາ Buenos Aires ຢັ້ງຢືນວ່າ ບັນດາປະເທດສະມາຊິກອາຊຽນ ເຫັນດີເປັນເອກະພາບຕໍ່ການເປີດກວ້າງການພົວພັນຮ່ວມມືກັບບັນດາຄູ່ຮ່ວມມືຕົ້ນຕໍໃນໂລກ, ເພີ່ມທະວີຄວາມມານະພະຍາຍາມໃນການເຊື່ອມໂຍງ, ສາມັກຄີ ເພື່ອເປົ້າໝາຍພັດທະນາ, ສັນຕິພາບແລະສະຖຽນລະພາບໃນພາກພື້ນ.  ທ່ານ Abdul Razak ຢັ້ງຢືນວ່າ ອາຊຽນ ຈະກາຍເປັນຕົວແບບທີ່ປະສົບຜົນສໍາເລັດຂອງລັດທິເຊື່ອມໂຍງເຂົ້າກັບພາກພື້ນ  ແລະ ໃນໂລກ.


TAG
VOV/VOVworld/ໂຮນລັງ/ຊັກທຸງ/ອາຊຽນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ