logo

ພິທີມອບລາງວັນ VinFuture ຄັ້ງທີ 5

2025/12/6 | 05:12:54
(VOVWORLD) - ຕອນຄ່ຳວັນທີ 05 ທັນວາ, ຢູ່ ຮ່າໂນ້ຍ ໄດ້ຈັດພິທີມອບລາງວັນ VinFuture ຄັ້ງທີ 5, ເຊິ່ງແມ່ນໜຶ່ງໃນບັນດາລາງວັນວິທະຍາສາດເຕັກໂນໂລຊີໃຫຍ່ທົ່ວໂລກກ່ຽວກັບຂອບຂະໜາດລາງວັນ ໂດຍ ຫວຽດນາມ ປຸກລະດົມ.
(ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ກ່າວຄຳເຫັນທີ່ພິທີ)

ທີ່ພິທີ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ມອບລາງວັນຫຼັກຂອງ VinFuture 2025 ມີມູນຄ່າ 3 ລ້ານ USD ໃຫ້ແກ່ ທ່ານປະລິນຍາເອກ Douglas R. Lowy, ທ່ານປະລິນຍາເອກ John T.Schiller, ທ່ານປະລິນຍາເອກ Aimée R. Kreimer ແລະ ທ່ານສາດສະດາຈານ Maura L. Gillison (ອາເມລິກາ). ລາງວັນພິເສດສຳລັບນັກວິທະຍາສາດມາຈາກບັນດາປະເທດພວມພັດທະນາ ໄດ້ມອບໃຫ້ ທ່ານສາດສະດາຈານ María Esperanza Martínez-Romero ມາຈາກ ເມັກຊີໂກ. ລາງວັນພິເສດສຳລັບນັກວິທະຍາສາດຍິງ ໄດ້ມອບໃຫ້ ທ່ານນາງ Mary- Claire King ມາຈາກ ອາເມລິກາ. ນອກນັ້ນ, ລາງວັນພິເສດສຳລັບນັກວິທະຍາສາດຄົ້ນຄວ້າໃນຂົງເຂດໃໝ່ ໄດ້ມອບໃຫ້ນັກວິທະຍາສາດ 5 ທ່ານ.

ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ເນັ້ນໜັກວ່າ:

“ຫວຽດນາມ ປາດຖະໜາຢາກພ້ອມກັບປະຊາຄົມນັກວິທະຍາສາດໂລກ ຍູ້ແຮງການຮ່ວມມືໃນຂົງເຂດຄົ້ນຄວ້າບັນດາບັນຫາລວມຂອງມວນມະນຸດ, ຊຸກຍູ້ການແລກປ່ຽນຮຽນຮູ້, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ຮ່ວມມືຖ່າຍທອດເຕັກໂນໂລຊີ ແລະ ຜັນຂະຫຍາຍບັນດາຮູບແບບພັດທະນາສີຂຽວ, ການພັດທະນາກວມລວມ. ຫວຽດນາມ ຈະສືບຕໍ່ແມ່ນສະຖານທີ່ມີຄວາມໄວ້ເນື້ອເຊື່ອໃຈ, ດຶງດູດໃຈຂອງບັນດານັກວິທະຍາສາດ ເພື່ອໃຫ້ບັນດາຄຸນຄ່າປະດິດຄິດສ້າງໄດ້ແບ່ງປັນ ແລະ ແຜ່ຂະຫຍາຍຢ່າງແຮງເຖິງປະຊາຄົມສາກົນ”.

TAG
VOV/VOVworld/​ຖ່າຍທອດ​/ເຕັກ​ໂນ​ໂລ​ຊີ/ພັດ​ທະ​ນາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ