logo

ພິທີສະເຫຼີມສະຫຼອງ 37 ປີແຫ່ງວັນປົດປ່ອຍແຂວງ Binh Thuan

2012/4/19 | 11:18:23
ຕອນ​ເຊົ້າ​ວັນ​ທີ 19/4, ຢູ່​ນະຄອນ Phan Thiet, ​​ໄດ້ຈັດພິທີ​ສະ​ເຫຼີມສະຫຼອງ 37 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ແຂວງ Binh Thuan ​ແລະ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ແຂວງ​ຄືນ​ໃໝ່.

ທ່ານຮອງ​ນາຍົກລັດຖະມົນຕີ​ Nguyen Xuan Phuc ກ່າວຄຳເຫັນທີ່ພິທີ
( ພາບ: Chinhphu )


( vovworld ) –   ຕອນ​ເຊົ້າ​ວັນ​ທີ 19/4, ຢູ່​ນະຄອນ Phan Thiet, ​​ໄດ້ຈັດ​ພິທີ​ສະ​ເຫຼີມສະຫຼອງ 37 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ແຂວງ Binh Thuan ​ແລະ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ແຂວງ​ຄືນ​ໃໝ່. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ Nguyen Xuan Phuc, ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ​ຫວຽດນາມ ໄດ້​ຕັກ​ເຕື່ອນ​​ແຂວງ Binh Thuan ຈົ່ງສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ປະຕິວັດ, ຮ່ວມ​ແຮງ, ຮ່ວມ​ໃຈ, ​ເປັນ​ເຈົ້າ​ການ​ມີ​ຫົວຄິດ​ປະດິດ​ສ້າງ​ເພື່ອ​ພ້ອມ​ກັບ​ທົ່ວ​ປະ​ເທດ​ປະຕິບັດ​ມະຕິ​ຂອງ​ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ່ 11 ຂອງ​ພັກຢ່າງ​ມີ​ໄຊ. ທ່ານ Nguyen Xuan Phuc ກ່າວ​ວ່າ.

“ ​ທາງແຂວງ​ຄວນ​ສຸມ​ໃສ່​ດັດ​ແກ້, ປັບປຸງ​ບັນດາ​ແຜນ​ການ​ຂອງ​ທ້ອງ​ຖິ່ນ​ເພື່ອ​ພັດທະນາ​ຢ່າງ​ຄົບ​ຊຸດ, ໝັ້ນ​ຄົງ​ ບົນ​ພື້ນຖານ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົມຊ້​ອນ ທ່າ​ແຮງ​ຂອງ​ຕົນ ​​ເພື່ອ​ນຳ​ໃຊ້​ທ່າ​ໄດ້​ປຽບການແກ່ງ​ແຍ້​ງ​ແນ​ໃສ່​ພັດທະນາ​ຢ່າງ​ວອງ​ໄວ ​ແລະ ໝັ້ນຄົງ. ກ່ອນ​ອື່ນ​ໝົດ, ​ແຂວງ​ຕ້ອງສຸ​ມ​ໃສ່​ທ່າ​ແຮງ​ກ່ຽວ​ກັບ​ເສດຖະກິດ​ທະ​ເລ, ຄວນ​ພັດທະນາ​ບັນດາ​ຂະ​ແໜງ​ອຸດສາຫະກຳ​ປຸງ​ແຕ່ງ. ສືບ​ຕໍ່​ກໍ່ສ້າງ​ນະຄອນ Phan Thiet ຕາມ​ທິດ​ສີວິ​ໄລ ​ແລະ ທັນ​ສະ​​ໄໝ. ພິ​ເສດ​​ແມ່ນເອົາ​ໃຈ​ໃສ່​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ຄວາມ​ສາມາດ​ທ່າ​ແຮງ​ຂອງ​ທົ່ວ​ເຂດ​ໃນ​ລະດັບ​ສູງ​ສຸດ”.

TAG
ສະເຫຼີມສະຫຼອງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ