logo

ພິທີສະເຫຼີມສະຫຼອງວັນທີ 30/04 ໄດ້ຈັດຕາມຮູບແບບຖ່ອຍທອດສົດ ແລະ ຜ່ານທາງອອນລາຍ

2020/4/30 | 07:42:00
(VOVWORLD) -  ຕອນເຊົ້າວັນທີ 30 ເມສາ, ຢູ່ຫໍປະຊຸມເອກະພາບ (ທົງເຍີດ) - ນະຄອນ ໂຮ່ຈີມິນ, ຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 45 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30/04/1975 – 30/04/2020). 
 ຫໍປະຊຸມເອກະພາບ (ທົງເຍີດ) - ນະຄອນ ໂຮ່ຈີມິນ

ພິທີສະເຫຼີມສະຫຼອງໄດ້ຖ່າຍທອດສົດ ແລະ ຈັດຕັ້ງຜ່ານທາງອອນລາຍຢູ່ຫ້ອງຮັບແຂກ ແລະ ບໍລິເວນວາງສະແດງລົດຖັງໝາຍເລກ 390 ໃນຂອບເຂດຫໍປະຊຸມເອກະພາບ ແລະ ຢູ່ 45 ສະຖານທີ່ອື່ນໆໃນນະຄອນ ໂຮ່ຈີມິນ. ເຂົ້າຮ່ວມພິທີຢູ່ຫໍປະຊຸມເອກະພາບ ມີທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ; ທ່ານ ເຈືອງຮ່ວາບີງ ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ; ທ່ານ ຫງວຽນທ້ຽນເຍິນ ເລຂາຄະນະພັກ ນະຄອນໂຮ່ຈີມິນ. ເຂົ້າຮ່ວມພິທີສະເຫຼີມສະຫຼອງຜ່ານທາງອອນລາຍຢູ່ບັນດາເມືອງ ມີບັນດາຜູ້ແທນເປັນນັກຮົບເກົ່າ, ກຳມະກອນ, ຊາວນາ, ຊາວໜຸ່ມ…

        ພາຍຫລັງເຂົ້າຮ່ວມພິທີສະເຫຼີມສະຫຼອງ 45 ປີແຫ່ງວັນປົກປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບຢູ່ຫໍປະຊຸມເອກະພາບແລ້ວ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ລົງຢື້ຢາມຖາມຂ່າວແມ່ຫວຽດນາມວິລະຊົນ, ນັກວິລະຊົນກຳລັງປະກອບອາວຸດປະຊາຊົນໃນບໍລິເວນນະຄອນໂຮ່ຈີມິນ.

TAG
VOV/VOVworld/ສະເຫຼີມສະຫຼອງ/ຖ່ອຍທອດສົດ/ໄຊ​ຊະ​ນະ/ທ້ອນ​ໂຮມ​ປະ​ເທດ​ຊາດ


ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ