ຂ່າວເດັ່ນ
ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ 2025
ຫວຽດນາມ - ສັງກາດບຸກບືນ
ລາຍການ ຫວຽດນາມ - ລາວ, ລາວ - ຫວຽດນາມ
ຊາຍຄາອາຊຽນ
ເສດຖະກິດ
ເລື່ອງລາວເຂດບ້ານນາ
☰
ໜ້າຫຼັກ
ພິທີອາໄລຫາວັນເກີດເຫດແຜ່ນດິນໄຫວ, ຄື້ນຍັກທີ່ຮ້າຍແຮງຢູ່ຍີ່ປຸ່ນ ຄົບຮອບ 1 ປີ
2012/3/10 | 09:28:43
ພິທີອາໄລຫາວັນເກີດເຫດແຜ່ນດິນໄຫວ, ຄື້ນຍັກທີ່ຮ້າຍແຮງຢູ່ຍີ່ປຸ່ນ ຄົບຮອບ 1 ປີ
ພິທີອາໄລຫາຢູ່ ຮ່າໂນ້ຍ
( vovworld ) – ຕອນຄ່ຳວັນທີ 9/3, ຢູ່ຮ່າໂນ້ຍ, ສະຖານທູດຍີ່ປຸ່ນ ໄດ້ຈັດພິທີອາໄລຫາວັນເກີດເຫດແຜ່ນດິນໄຫວຢູ່ທາງທິດຕາເວັນອອກສ່ຽງເໜືອ ຍີ່ປຸ່ນ ຄົບຮອບ 1 ປີ. ນັ້ນແມ່ນເຫດແຜ່ນດິນໄຫວທີ່ມີຂອບຂະໜາດໃຫ່ຍກ່ວາໝູ່ໃນປະຫວັດສາດ ເກີດຂຶ້ນເມື່ອວັນທີ 11/3/2011 ຊື່ງໄດ້ກໍ່ຄື້ນຍັກທີ່ຮ້າຍແຮງ ແລະ ເຮັດໃຫ້ 15.000 ຄົນເສຍຊີວິດ ແລະ ມາຮອດປະຈຸບັນຍັງມີ 3000 ຄົນຖືກຫາຍສາບສູນ. ກ່າວຄຳເຫັນທີ່ພິທີ, ທ່ານ Yasuaki Tanizaki ເອກອັກຄະລັກຖະທູດວິສາມັນຜູ້ມີອຳນາດເຕັ່ມແຫ່ງປະເທດຍີ່ປຸ່ນ ປະຈຳຫວຽດນາມ ເນັ້ນໜັກວ່າ: ນັ້ນແມ່ນໄພພິບັດທີ່ໂສກເສົ້າທີ່ສຸດຊື່ງປະຊາຊົນຍີ່ປຸ່ນຕ້ອງຮັບ. ແຕ່ເຖິງແນວນັ້ນກໍຕາມ, ໃນຈຸດເວລານັ້ນ, ຍີ່ປຸ່ນ ກໍໄດ້ຮັບບັນດາຄວາມແບ່ງປັນ, ໜູນຊ່ວຍທັງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນຫວຽດນາມ ແລະ ປະເທດຕ່າງໆໃນໂລກ. ທ່ານເອກອັກຄະລັດຖະທູດ Yasuaki Tanizaki ຢືນຢັນວ່າ ປະຊາຊົນຍີ່ປຸ່ນຍາມໃດກໍຈົດຈຳ ແລະ ຮູ້ບຸນຄຸນອັນເລິກເຊີ່ງຕໍ່ການຊ່ວຍເຫຼືອອັນລ້ຳຄ່າຂອງເພື່ອນມິດສາກົນ, ໃນນັ້ນມີຫວຽດນາມ, ນັ້ນແມ່ນແຫຼ່ງລະດົມກຳລັງໃຈທີ່ໃຫ່ຍຫຼວງ ຊ່ວຍໃຫ້ຍີ່ປຸ່ນຟື້ນຕົວຢ່າງໄວວາເພື່ອສືບຕໍ່ພັດທະນາ. ເນື່ອງໃນໂອກາດນີ້, ວັນທີ 10/3, ຢູ່ຫໍສະໝຸດແຫ່ງຊາດ, ສູນພົວພັນແລກປ່ຽນວັດທະນະທຳຍີ່ປຸ່ນ ຢູ່ຫວຽດນາມ ໄດ້ຈັດການສາຍຟິມເອກະສານ ແລະ ບັນລະຍາຍ “ຄວາມຊົງຈຳກ່ຽວກັບເຫດແຜ່ນດິນໄຫວຂະໜາດໃຫ່ຍຢູ່ທາງທິດຕາເວັນອອກຍີ່ປຸ່ນ“ ເພື່ອແນໃສ່ສະໜອງບັນດາຂໍ້ມູນຂ່າວກ່ຽວກັບສະພາບການປະຈຸບັນ ແລະການຟື້ນຕົວຂອງບັນດາເຂດຖືກຜົນສະທ້ອນ.
TAG
ຄົບຮອບ 1 ປີ
ຂ່າວ/ບົດອື່ນ
ທ່ານເລຂາທິການໃຫຍ່ ໂຕເລີມ: ບໍ່ປະໃຫ້ເກີດສະ
31/03/2026
ດັດຊະນີການປະຕິຮູບການບໍລິຫານປີ 2025 ຂອງ
ຫວຽດນາມ ສະເໜີຊຸກຍູ້ການຮ່ວມມືຢ່າງເລິກເຊິ່
VIDEO
ຫວຽດນາມ - 1 ໃນບັນດາສະຖານທີ່ປາຍທາງງາມທີ່ສຸດໃນໂລກ
ຈຸດນັດພົບນັບພັນປີ
ດອກເຂັມປ່າ ບານສະພັ່ງ - “ທິດາ” ຂອງເຂດພູຜາປ່າໄມ້ ຢາລ
Lo más Popular
ນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນແຂວງ ແທັງຮວ໊າ ປີ 2026
ນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນແຂວງ ແທັງຮວ໊າ ປີ 2026
ນາຍົກລັດຖະມົນຕີເປັນປະທານກອງປະຊຸມຄະນະຊີ້ນຳກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ ແລະ ແຜນຮ່າງ 06
Emisiones de la semana
31/03/2026
30/03/2026
29/03/2026
Eventos
Vietnam, un país emprendedor
Soberanía vietnamita en mar e islas
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວປະມົງ 5.600 ຄົນໄດ້ຮັບການໜູນຊ່ວຍໃນໂຄງການ “ພ້ອມກັບຊາວປະມົງດັງໄຟຢູ່ທະເລ”
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ
ນັກຊ່ຽວຊານ ຢູແກຼນ ຢັ້ງຢືນບົດບາດຂອງກົດໝາຍສາກົນໃນບັນຫາຢູ່ທະເລຕາເວັນອອກ