logo

ພິ​ທີ​ເປີດ​ການ​ແຂ່ງ​ຂັນ “ຊອ​ກ​ຮູ້​ກ່ຽວ​ກັບປະ​ຫວັດ​ສາດ​​ສາຍ​ພົວ​ພັນ​ພິ​ເສດ ​ຫວຽດ​ນາມ-ລາວ, ລາວ-ຫວຽດ​ນາມ” ປີ 2022

2022/6/13 | 11:19:00
(VOVWORLD) - ພິທີເປີດການແຂ່ງຂັນ “ຊອກຮູ້ກ່ຽວກັບປະຫວັດສາດສາຍພົວພັນພິເສດຫວຽດນາມ-ລາວ, ລາວ-ຫວຽດນາມ” ປີ 2022 ໂດຍຄະນະໂຄສະນາສຶກສາສູນກາງພັກເປັນປະທານ ໄດ້ໄຂຂຶ້ນເມື່ອຕອນບ່າຍວັນທີ 13 ມິຖຸນາຢູ່ຮ່າໂນ້ຍ.
ທ່ານເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ ແສງເພັດ ຮຸ່ງບຸນຍວງ ກ່າວຄຳເຫັນທີ່ພິທີ

 ການແຂ່ງຂັນເພື່ອແນ່ໃສ່ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ (5/9/1962-5/9/2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ-ລາວ, ລາວ-ຫວຽດນາມ (18/7/1977-18/7/2022). ກ່າວຄຳເຫັນທີ່ພິທີ, ທ່ານເຈິນຢ້ວານຕຽນ, ຫົວໜ້າບັນນາທິການສື່ເອເລກໂຕນິກພັກກອມມູນິດຫວຽດນາມ, ຮອງຫົວໜ້າປະຈຳຄະນະຈັດຕັ້ງການສອບເສັງ ໃຫ້ຮູ້ວ່າ:

ການແຂ່ງຂັນເພື່ອແນໃສ່ສຶກສາອົບຮົມມູນເຊື້ອການປະຕິວັດ, ເຮັດໃຫ້ ປຊຊ ສອງປະເທດແຕ່ລະຄົນ, ໂດຍສະເພາະແມ່ນລຸ້ນໜຸ່ມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບການພົວພັນມິດຕະພາບ ແລະ ນ້ຳໃຈສາມັກຄີແບບພິເສດ ຫວຽດນາມ-ລາວ, ລາວ-ຫວຽດນາມ ໃນວິວັດການຕໍ່ສູ້ປົດປ່ອຍຊາດ ແລະ ກໍ່ສ້າງສັງຄົມນິຍົມຢູ່ແຕ່ລະປະເທດ.

ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ ແສງເພັດ ຮຸ່ງບຸນຍວງ ເຊື່ອໝັ້ນວ່າ, ການສອບເສັງຈະໄດ້ຮັບຄວາມສົນໃຈຈາກ ປຊຊ ທຸກຊັ້ນຄົນ, ນັບແຕ່ຊາວໜຸ່ມຕະຫຼອດຮອດເຍົາວະຊົນ, ຊາວໜຸ່ມ, ຜູ້ອາຍຸສູງ:

ສຽງທ່ານ ແສງເພັດ ຮຸ່ງບຸນຍວງ:

 
TAG
VOV/VOVworld/ນ້ຳໃຈສາມັກຄີ/ເຍົາວະຊົນ/ຊາວໜຸ່ມ/ຊອ​ກ​ຮູ້​ກ່ຽວ​ກັບປະ​ຫວັດ​ສາດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ