logo

ພິທີເປີດງານບຸນມໍລະດົກກາເຟທົ່ວໂລກ 2025

2025/12/22 | 09:37:34
(VOVWORLD) - ງານບຸນດຳເນີນແຕ່ວັນທີ 18 ທັນວາ 2025 ຫາ 2 ມັງກອນ 2026, ດ້ວຍຈຸດພົ້ນເດັ່ນແມ່ນເຂດມໍລະດົກກາເຟທົ່ວໂລກ, ເຂດວາງສະແດງ, ຊີມລົດຊາດກາເຟ, ອາຫານ ແລະ ບັນດາລາຍການສີລະປະ.
ພິທີໄຂງານບຸນມໍລະໂດກກາເຟທົ່ວໂລກ 2025 (ພາບ: VOV)

ໃນຂອບງານບຸນຕີຄ້ອງອາຊີຕາເວັນອອກສຽງໄຕ້ 2025, ຕອນຄໍ່າຂອງວັນທີ 21 ທັນວາ, ທີ່ ແຂວງເລີມດົ້ງ ງານບຸນມໍລະໂດກກາເຟທົ່ວໂລກ 2025 ຄັ້ງທີ I ໄດ້ໄຂຂື້ນຢ່າງເປັນທາງການ. ງານບຸນດຳເນີນແຕ່ວັນທີ 18 ທັນວາ 2025 ຫາ 2 ມັງກອນ 2026, ດ້ວຍຈຸດພົ້ນເດັ່ນແມ່ນເຂດມໍລະດົກກາເຟທົ່ວໂລກ, ເຂດວາງສະແດງ, ຊີມລົດຊາດກາເຟ, ອາຫານ ແລະ ບັນດາລາຍການສີລະປະຄື: ຄ່ຳຄືນດົນຕີກາເຟ-ເມືອງແຫ່ງພູເຂົາ, ສີສັນອາເມຣິກາໄຕ້, ວັນງານຄິດສະມາດ ແລະ Countdown ຕ້ອນຮັບປີໃໝ່ 2026. ກ່າວຄໍາເຫັນຢູ່ພິທີເປີດ ທ່ານ ຫງວຽນວັນລົກ, ຫົງໜ້າພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ແຂວງເລີມດົ້ງໃຫ້ຮູ້ວ່າ:

ໂດຍຜ່ານບັນດາເຂດສະແດງ, ແລກປ່ຽນວັດທະນະທຳ ແລະ ກອງປະຊຸມສາກົນ, ງານບຸນນີ້້ຈະສ້າງເວທີເປີດກວ້າງ, ບ່ອນທີ່ກາເຟຫວຽດນາມຖືກຈັດວາງລວມເຂົ້າໃນມໍລະດົກກາເຟໂລກ. ໃນເວລາຈະມາເຖິງ, ແຂວງເລີມດົ້ງ ຄາດວ່າງານບຸນນີ້້ຈະກາຍເປັນກິດຈະກຳປະຈຳປີມີຊື່ສຽງ, ເປັນເອກກະລັກຂອງແຂວງເລີມດົ້ງ, ແມ່ນສະຖານທີ່ນັດພົບຂອງບັດດາຜູ້ມັກກາເຟໃນທົ່ວໂລກ.

TAG
VOV/VOVworld/ງານບຸນ/ມໍລະດົກ/ກາເຟ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ