logo

ພິທີ​​ເປີດ​ງານ​ແຂ່ງຂັນ​ຊິງຊະນະ​ເລີດບານ​ເຕະ ​ເອີ​ລົບ EURO 2016

2016/6/11 | 09:14:44
 
ຕອນ​ເຊົ້າວັນ​ທີ 11/6 (ຕາມ​ເວລາ​ຮ່າ​ໂນ້ຍ), ພິທີ​​ເປີດ​ງານ​ແຂ່ງຂັນ​ຊິງຊະນະ​ເລີດບານ​ເຕະ ​ເອີ​ລົບ EURO 2016 ​ໄດ້​ຈັດ​ຂຶ້ນ​ໃນ​ສະໜາມກິລາ Stade de France ຢູ່​ນະຄອນ Saint – Denis, ທາງ​ພາກ​ເໜືອ​ນະຄອນຫຼວງ ປາຣີ, ປະ​ເທດ ຝຣັ່ງ. ພິທີ​ໄດ້​ຈັດ​ຕັ້ງ​ໃນ​ປະມານ 15 ນາທີ ດ້ວຍ​ບັນດາ​ລາຍການ​ຟົດ​ຟື້ນ​ມ່ວນ​ຊື່ນ, ​ເຕັ້ມ​ໄປ​ດ້ວຍ​ສີສັນ​ຂອງ​ນັກ​ອາສາ​ສະໝັກ​ນັບ​ຮ້ອຍ​ຄົນ​ທີ່​ມາ​ຈາກກ່ວາ 60 ປະ​ເທດ. ທ່ານ​ປະທານາທິບໍດີ Francois Hollande ພ້ອມ​ກັບ​ເຈົ້າ​ໜ້າ​ທີ່​ປະ​ເທດ​ເຈົ້າພາບ​ຫຼາຍ​ທ່ານ​ໄດ້​ເຂົ້າ​ຮ່ວມ​ພິທີ.

ເປີດ​ສາກ​ພິທີ​ແມ່ນ​ວາດ​ຟ້ອນ​ສ້າງ​ຄວາມ​ປະ​ທັບ​ໃຈ ​“ສວນ​ຂອງ​ປະ​ເທດ​ຝຣັ່ງ” ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງນັກ​ສິລະ​ປິນ 150 ຄົນ​ທີ່​ມາ​ຈາກ​ຫຼາຍ​ທະວີບ.

ພາບ Reuters

ນີ້​ເປັນ​ຄັ້ງ​ທີ 3 ​ໃນ​ປະຫວັດສາດ, ປະ​ເທດ ​ຝຣັ່ງ ​ໄດ້​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ງານ​ແຂ່ງຂັນ ຊິງຊະນະ​ເລີດບານ​ເຕະ ​ເອີ​ລົບ.

ພາບ EPA

ພາບ AP

ພາບ AP

ພາບ: EPA

​ເພື່ອ​ຮັບປະກັນ​ຄວາມ​ສະຫງົບ​ໃຫ້​ງານ​ແຂ່ງຂັນ, ປະ​ເທດ​ເຈົ້າພາບ​ໄດ້​ຜັນ​ຂະຫຍາຍ​ຕຳຫຼວດ, ພາລະ​ກອນ​ປ້ອງ​ກັນ​ຄວາມ​ສະຫງົບ… ​ເກືອ​ບ 90.000 ຄົນ, ກໍ່​ຄື​ໃຊ້​ຈ່າຍ​ຈຳນວນ​ເງິນ​ນັບ​ລ້ານ ​ເອີ​ໂຣ ​ຕິດ​ຕັ້ງ​ເຄື່ອງ Camera ຕິດຕາມ ​ແລະ ຈັດ​ຕັ້ງ​ການ​ຝຶກ​ຊ້ອມ​ຫຼາຍ​ຄັ້ງ.

ພາບ AP

ພາບ AP

ພາບ AP

TAG
vovworld

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ