logo

ພິ​ທີເປີດ​​ເຊັນ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ອາດ​ຊະ​ຍາ​ກຳ​ທາງ​ອ​ິນ​ເຕີ​ເນັດ ແມ່ນ​ການ​ຖື​ເປັນ​ສຳ​ຄັນ​ຂອງ​ສາ​ກົນ ຕໍ່​ຖາ​ນະ​ບົດ​ບາດ​ຂອງ ຫວຽດ​ນາມ

2025/10/8 | 11:19:31
(VOVWORLD) - ທ່ານຮອງລັດຖະມົນຕີ ການຕ່າງປະເທດ ດັ້ງຮວ່າງຢາງ ເນັ້ນໜັກວ່າ ເລື່ອງ ສປຊ ເລືອກເອົານະຄອນຫຼວງ ຮ່າໂນ້ຍ ແມ່ນສະຖານທີ່ຈັດພິທີເປີດການລົງນາມ ສົນທິສັນຍາ ສປຊ ກ່ຽວກັບອາດຊະຍາກຳທາງອິນເຕີເນັດ ໄດ້ສ້າງຂີດໝາຍສຳຄັນໃນປະຫວັດສາດການທູດຫຼາຍຝ່າຍຂອງ ຫວຽດນາມ ແລະ ການພົວພັນ ຫວຽດນາມ - ສປຊ.
ການຖະແຫຼງຂ່າວ (ພາບ: VOV)

ພິທີເປີດການລົງນາມສົນທິສັນຍາ ສປຊ ກ່ຽວກັບອາດຊະຍາກຳທາງອິນເຕີເນັດ ຈະດຳເນີນໃນລະຫວ່າງວັນທີ 25 – 26 ຕຸລາ ຢູ່ຮ່າໂນ້ຍ ແມ່ນການຖືເປັນສຳຄັນຂອງ ສປຊ ຕໍ່ຖານະບົດບາດ, ການປະກອບສ່ວນຂອງ ຫວຽດນາມ. ນີ້ແມ່ນການຢັ້ງຢືນຂອງ ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ດັ້ງຮວ່າງຢາງ ທີ່ການຖະແຫຼງຂ່າວສາກົນ ກ່ຽວກັບພິທີເປີດການລົງນາມ ເຊິ່ງໄດ້ດຳເນີນໃນຕອນບ່າຍວັນທີ 8 ຕຸລາ ຢູ່ ຮ່າໂນ້ຍ.

ທີ່ການຖະແຫຼງຂ່າວ, ທ່ານຮອງລັດຖະມົນຕີ ການຕ່າງປະເທດ ດັ້ງຮວ່າງຢາງ ເນັ້ນໜັກວ່າ ເລື່ອງ ສປຊ ເລືອກເອົານະຄອນຫຼວງ ຮ່າໂນ້ຍ ແມ່ນສະຖານທີ່ຈັດພິທີເປີດການລົງນາມ ສົນທິສັນຍາ ສປຊ ກ່ຽວກັບອາດຊະຍາກຳທາງອິນເຕີເນັດ ໄດ້ສ້າງຂີດໝາຍສຳຄັນໃນປະຫວັດສາດການທູດຫຼາຍຝ່າຍຂອງ ຫວຽດນາມ ແລະ ການພົວພັນ ຫວຽດນາມ - ສປຊ.

ແບ່ງປັນກ່ຽວກັບວິວັດການເລີ່ມຕົ້ນບັນດາການເຈລະຈາກ່ຽວກັບສົນທິສັນຍາ ແລະ ການປະກອບສ່ວນຂອງ ຫວຽດນາມ ໃນວິວັດການນີ້, ທ່ານຮອງລັດຖະມົນຕີ ດັ້ງຮວ່າງຢາງ ໃຫ້ຮູ້ວ່າ ຫວຽດນາມ ຍາມໃດກໍ່ແມ່ນໜຶ່ງໃນບັນດາປະເທດນຳໜ້າ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນ 8 ຮອບເຈລະຈາສົນທິສັນຍາ. ທ່ານໃຫ້ຮູ້ວ່າ:

ທ່ານເລຂາທິການໃຫຍ່ ສປຊ Antonio Guterres ຖືເຫດການນີ້ເປັນສຳຄັນທີ່ສຸດ ແລະ ໄດ້ຮັບຄຳເເຊື້ອເຊີນເຂົ້າຮ່ວມພິທີເປີດການລົງນາມທີ່ກົງກັບໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງ ສປຊ. ສິ່ງນີ້ສະແດງໃຫ້ເຫັນການຖືເປັນສຳຄັນຂອງ ສປຊ ຕໍ່ສົນທິສັນຍານີ້ ກໍ່ຄືການຖືເປັນສຳຄັນຂອງ ສປຊ ທີ່ມີຕໍ່ຖານະບົດບາດ, ການປະກອບສ່ວນຂອງ ຫວຽດນາມ ໃນປະຊາຄົມສາກົນ. ເລື່ອງນະຄອນຫຼວງ ຮ່າໂນ້ຍ ໄດ້ຮັບຮູ້ໃນເອກະສານຂອງສົນທິສັນຍາ ກໍ່ສ່ອງແສງໃຫ້ເຫັນການຢັ້ງຢືນຂອງປະຊາຄົມສາກົນຕໍ່ການປະກອບສ່ວນຂອງ ຫວຽດນາມ ເຂົ້າສົນທິສັນຍາສະບັບນີ້.

TAG
VOV/VOVworld/ຫວຽດ​ນາມ/ສ​ປ​ຊ/ອາດ​ຊະ​ຍາ​ກຳ​/ອິນ​ເຕີ​ເນັດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ