logo

ພິທີໂຮມຊຸມນຸມມິດຕິງສະເຫຼີມສະຫຼອງ 70ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ລາວ

2019/1/21 | 09:37:46
(VOVWORLD) -ວັນທີ 20 ມັງກອນ ຢູ່ວິທະຍາຄານກົມມະດຳ, ທີ່ແຂວງວຽງຈັນ ຫ່າງຈາກ ໃຈກາງນະຄອນຫຼວງວຽນຈັນ ໄປທາງທິດເໜືອປະມານ 50 ກິໂລແມັດ ໄດ້ດຳເນີນພິທີ ໂຮມຊຸມມຸນ ສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງກອງທັບ ປະຊາຊົນລາວ (20 ມັງກອນ 1949 – 20 ມັງກອນ 2019)
(ພິທີໂຮມຊຸມນຸມມິດຕິງສະເຫຼີມສະຫຼອງ 70ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ)

ໂດຍມີການເຂົ້າຮ່ວມ ຂອງບັນດາການນຳພັກ, ລັດ ແລະ ອາດີດການນໍາພັກ, ລັດ ລາວ. ສ່ວນແຂກຖືກເຊີນມີຄະນະຜູ້ແທນການ ທະຫານຂອງ ປະເທດຕ່າງໆ ຄື: ຫວຽດນາມ, ຈີນ, ກຳປູເຈຍ, ລັດເຊີຍ, ມຽນມາ ແລະ ໄທ ພ້ອມດ້ວຍບັນດາທູຕານຸທູດ ແລະ ອົງການຈັດຕັ້ງສາກົນປະຈຳລາວ. ຄະນະ ຜູ້ແທນກະຊວງປ້ອງກັນປະເທດຂອງ ຫວຽດນາມເຂົ້າຮ່ວມພິທີຄັ້ງນີ້ໂດຍ ທ່ານພົນເອກໂງຊວນລິກ, ລັດຖະມົນຕີກະຊວງການປ້ອງກັນປະເທດຫວຽດນາມ ເປັນຫົວຫນ້າຄະນະ.

        ກ່າວສູນທອດພົດໄຂພິທີ ທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ລາວ ໄດ້ໃຫ້ຮູ້ວ່າ: ກ່ອນນີ້ 70 ປີ, ໃນວັນທີ 20 ມັງກອນ 1949 ກອງທັບລາວອິດສະຫຼະເຊິ່ງເປັນຕົ້ນກຳເນີດ ຂອງ ກອງທັບປົດປ່ອຍ, ກອງທັບປະຊາຊົນ ລາວ ໃນປັດຈຸບັນ - ໄດ້ຮັບການສ້າງຕັ້ງຢູ່ເຂດຖານທີ່ໆໝັ້ນ ຕາແສງ ລາຮຸ່ງ - ພຽງສາ, ເມືອງຊຽງຄໍ້, ແຂວງຫັວພັນ ໂດຍທ່ານປະທານ ໄກສອນ ພົນວິຫານ ເປັນຜູ້ບັນຊາການໂດຍກົງ. ນີ້ແມ່ນບາດລ້ຽວອັນສຳຄັນທີ່ມີລັກສະນະຕັດສິນສຳລັບພາລະກິດການຕໍ່ສູ້ປົດປ່ອຍຊາດ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ. ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງ ຕໍ່ບັນດາປະເທດສັງຄົມນິຍົມແລະປະເທດເພື່ອນມິດຄື: ກອງທັບ ແລະ ປະຊາຊົນຫວຽດນາມ, ຈີນ ແລະ ສະຫະພັນລັດເຊີຍ ທີ່ໄດ້ມີການຊ່ວຍເຫຼືອຢ່າງໃຫຍ່ຫຼວງໃຫ້ແກ່ກອງທັບ ແລະ ປະຊາຊົນລາວ ໃນພາລະກິດປະຕິວັດຕໍ່ສູ້ກູ້ຊາດເມື່ອກ່ອນນີ້ ກໍ່ຄືພາລະກິດປົກປັກຮັກສາແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ.

TAG
VOV/VOVworld/ທູຕານຸທູດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ