logo

ພິ​ທີ​ໄຂ​ງານ​ມະ​ຫາ​ກຳ​ກິ​ລາ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຄັ້ງ​ທີ 33 (SEA GAMES 33)

2025/12/9 | 07:57:22
(VOVWORLD) - ພິທີໄຂງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 33 (SEA GAMES 33) ຖືກຈັດຂຶ້ນໃນເວລາ 19 ໂມງ 30 ນາທີຂອງວັນທີ 9 ທັນວາ, ຢູ່ສະໜາມກິລາ ຣາດຊະມັງຄະລາ, ບາງກອກ, ໄທ. 

ທ່ານ ອັດທະກອນ ສີຣິອັດທະຍາກອນ  ລັດຖະມົນຕີກະຊວງກະຊວງທ່ອງທ່ຽວ ແລະ ກິລາ ໄທ ຢັ້ງຢືນວ່າ ດ້ວຍບັນດາລາຍການສະແດງທີ່ເປັນເອກະລັກ ແລະ ເຕັກໂນໂລຢີທີ່ກ້າວໜ້າ, ໄທ ຢາກສົ່ງສານກ່ຽວກັບຄວາມສຸກ, ພ້ອມແລ້ວທີ່ຈະສວມບົດບາດພູມີປະເທດໃຈກາງໃນປະຊາຄົມ ອາຊຽນ. ສານ “we are one” (ພວກເຮົາແມ່ນໜຶ່ງດຽວ) ໃນພິທີໄຂ ໄດ້ຮັບການເນັ້ນໜັກ ຄືດັ່ງຄຳຢັ້ງຢືນທີ່ວ່າຄວາມສາມັກຄີແມ່ນພື້ນຖານຂອງປະຊາຄົມ ອາຊີຕາເວັນອອກສ່ຽງໃຕ້. ພິທີໄຂ ຈະເຕົ້າໂຮມນັກສິລະປິນຊື່ດັງຫຼາຍຄົນຂອງ ໄທ.

SEA GAMES 33 ໄດ້ດຳເນີນແຕ່ວັນທີ 9 – 20 ທັນວາ, ເຕົ້າໂຮມນັກກິລາກວ່າ 9.300 ຄົນ ທີ່ມາຈາກ 11 ປະເທດ, ເຂົ້າຮ່ວມການແຂ່ງຂັນກິລາ 50 ປະເພດ ແລະ 574 ເນື້ອໃນ.

TAG
VOV/VOVworld/SEA GAMES 33/​ງານ​ມະ​ຫາ​ກຳ​ກິ​ລາ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຄັ້ງ​ທີ 33

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ